ລັດວິສາຫະກິດ ວິສະວະກໍາ ຄົມມະນາຄົມ (ລ.ວ.ຄ) Lao Transport Engineering Consultant · ໂຄງການຫັນປ່ຽນອົງກອນສູ່ລະບົບດິຈິຕອນ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ກະຊວງ ໂຍທາທິການ ແລະ ຂົນສົ່ງ
ລັດວິສາຫະກິດ ວິສະວະກໍາ ຄົມມະນາຄົມ (ລ.ວ.ຄ) · ISO 9001:2015

ລາຍລະອຽດໜ້າວຽກ, ຜົນຜະລິດ ແລະ ເງື່ອນໄຂການກວດຮັບ

Work Breakdown Structure, Deliverables & Acceptance Criteria · ລັດວິສາຫະກິດ ວິສະວະກໍາ ຄົມມະນາຄົມ (ລ.ວ.ຄ)
ອີງຕາມ ສັນຍາການຮ່ວມມືຍຸດທະສາດ ແລະ ພັດທະນາລະບົບດິຈິຕອນ ເລກທີ ......../2026 · ແຜນ 03/08/2026 – 30/09/2026 · ວັນທີພິມ 16/09/2026
ໜ້າວຽກທັງໝົດ
65 ລາຍການ
ສໍາເລັດແລ້ວ
16 ລາຍການ
ກໍາລັງດໍາເນີນ
28 ລາຍການ
ຕາມແຜນ
21 ລາຍການ
ໄລຍະ
6 9 ອາທິດ
ຄວາມຄືບໜ້າລວມ
46.2%
ສະຖານະ: ສໍາເລັດ ກໍາລັງດໍາເນີນ ຕາມແຜນ ຄ້າງ · ຜູ້ຮັບຜິດຊອບ: ລ.ວ.ຄ = ຜູ້ວ່າຈ້າງ · PKC = ຜູ້ຮັບຈ້າງ

ພາບລວມແຜນເວລາ

ໄລຍະທັງ 6 ດໍາເນີນແບບຂະໜານ ເພື່ອສົ່ງມອບພາຍໃນ 30 ກັນຍາ 2026.

ໄລຍະ / Phase
W103/08 W210/08 W317/08 W424/08 W531/08 W607/09 W714/09 W821/09 W928/09
P0 Mobilisation & Kick-off
03–09 ສິງຫາ · 50%
P0
P1 ERP & HRM
03 ສິງຫາ – 06 ກັນຍາ · 47.2%
P1
P2 Smart Asset Management
10 ສິງຫາ – 13 ກັນຍາ · 81.8%
P2
P3 Project Management & Tracking
17 ສິງຫາ – 20 ກັນຍາ · 75%
P3
P4 People Enablement & AI Adoption
17 ສິງຫາ – 27 ກັນຍາ · 0%
P4
P5 Integration Test, Go-Live & Hand-over
14–30 ກັນຍາ · 0%
P5
ໄລຍະດໍາເນີນງານ W1 — ງວດທີ 1 (30%) W8 — ງວດທີ 2 (60%) W9 — ງວດທີ 3 (10%)
P0 ກຽມພ້ອມ ແລະ ເປີດໂຄງການ Mobilisation & Kick-off 03–09 ສິງຫາ (W1–W1) 50%
ເປົ້າໝາຍ: ຮັບຮອງຂອບເຂດວຽກ, ແຜນງານ ແລະ ໂຄງສ້າງພື້ນຖານ ພາຍໃນອາທິດທໍາອິດ ເພື່ອປົດລັອກງວດທີ 1 ແລະ ເລີ່ມ 4 ວຽກງານແບບຂະໜານ.
ລະຫັດ ໜ້າວຽກ ຜົນຜະລິດ / ເອກະສານສົ່ງມອບ ເງື່ອນໄຂການກວດຮັບ ຜູ້ຮັບຜິດຊອບ ກໍານົດເວລາ ສະຖານະ
P0-01 ກອງປະຊຸມເປີດໂຄງການ (Kick-off Meeting) ບົດບັນທຶກກອງປະຊຸມ ພ້ອມແຜນງານທີ່ຕົກລົງ ທັງສອງຝ່າຍລົງນາມໃນບົດບັນທຶກ ລ.ວ.ຄ + PKC 03–09 ສິງຫາ
W1
ກໍາລັງດໍາເນີນ
P0-02 ແຕ່ງຕັ້ງຄະນະຮັບຜິດຊອບ ແລະ ຊ່ອງທາງປະສານງານ ລາຍຊື່ຄະນະ 2 ຝ່າຍ + ກຸ່ມສື່ສານ + ຕາຕະລາງປະຊຸມປະຈໍາອາທິດ ມີຜູ້ຮັບຜິດຊອບຫຼັກ (Focal Point) ຄົບທຸກວຽກງານ ລ.ວ.ຄ 03–09 ສິງຫາ
W1
ກໍາລັງດໍາເນີນ
P0-03 ເກັບກໍາຄວາມຕ້ອງການ — ບຸກຄະລາກອນ ແລະ ເອກະສານ ເອກະສານສະຫຼຸບຄວາມຕ້ອງການ (BRD) ວຽກງານທີ 1 ຫົວໜ້າພະແນກບຸກຄະລາກອນຮັບຮອງ PKC 03–09 ສິງຫາ
W1
ກໍາລັງດໍາເນີນ
P0-04 ເກັບກໍາຄວາມຕ້ອງການ — ຊັບສິນ ແລະ ເຄື່ອງມືສໍາຫຼວດ ບັນຊີປະເພດຊັບສິນ ແລະ ຂັ້ນຕອນຢືມ-ຄືນປັດຈຸບັນ ພະແນກຄຸ້ມຄອງຊັບສິນຮັບຮອງ PKC 03–09 ສິງຫາ
W1
ກໍາລັງດໍາເນີນ
P0-05 ເກັບກໍາຄວາມຕ້ອງການ — ໂຄງການ ແລະ ການຕິດຕາມ ບັນຊີປະເພດໂຄງການ ແລະ ຮູບແບບລາຍງານທີ່ຕ້ອງການ ຝ່າຍບໍລິຫານໂຄງການຮັບຮອງ PKC 03–09 ສິງຫາ
W1
ກໍາລັງດໍາເນີນ
P0-06 ຮ່າງເອກະສານ TOR ຊ້ອນທ້າຍສັນຍາ TOR ລາຍລະອຽດໜ້າວຽກ, ເຕັກນິກ ແລະ ເງື່ອນໄຂການກວດຮັບ ທັງສອງຝ່າຍເຫັນດີເປັນລາຍລັກອັກສອນ PKC 03–09 ສິງຫາ
W1
ກໍາລັງດໍາເນີນ
P0-07 ຮັບຮອງແຜນການພັດທະນາລະບົບ ໜັງສືຮັບຮອງແຜນງານ → ປົດລັອກງວດທີ 1 ຜູ້ອໍານວຍການໃຫຍ່ ລ.ວ.ຄ ລົງນາມ ລ.ວ.ຄ 03–09 ສິງຫາ
W1
ຕາມແຜນ
P0-08 ຕັ້ງຄ່າໂຄງສ້າງພື້ນຖານ (Server / Domain / SSL / Database) ltec.onemiracles.com + ຖານຂໍ້ມູນ ltec_portal ພ້ອມໃຊ້ ເຂົ້າໃຊ້ໄດ້ຜ່ານ HTTPS ແລະ ຜ່ານການທົດສອບການເຊື່ອມຕໍ່ PKC 03–09 ສິງຫາ
W1
ສໍາເລັດ
P0-09 ວາງນະໂຍບາຍສິດເຂົ້າເຖິງ (RBAC) ແລະ ການສໍາຮອງຂໍ້ມູນ ຕາຕະລາງສິດຜູ້ໃຊ້ຕາມຕໍາແໜ່ງ + ແຜນສໍາຮອງຂໍ້ມູນປະຈໍາວັນ ຜ່ານການທົບທວນຄວາມປອດໄພຮ່ວມກັນ PKC + ລ.ວ.ຄ 03–09 ສິງຫາ
W1
ກໍາລັງດໍາເນີນ
P0-10 ກະກຽມແມ່ແບບນໍາເຂົ້າຂໍ້ມູນ (Excel Templates) ແມ່ແບບພະນັກງານ, ຊັບສິນ ແລະ ໂຄງການ ພ້ອມຄູ່ມືຕື່ມຂໍ້ມູນ ແຕ່ລະພະແນກໄດ້ຮັບແມ່ແບບ ແລະ ກໍານົດວັນສົ່ງຄືນ PKC 03–09 ສິງຫາ
W1
ກໍາລັງດໍາເນີນ
P1 ລະບົບບໍລິຫານຈັດການອົງກອນ (ERP & HRM) ERP & HRM · ວຽກງານທີ 1 03 ສິງຫາ – 06 ກັນຍາ (W1–W5) 47.2%
ເປົ້າໝາຍ: ໃຫ້ ລ.ວ.ຄ ຄຸ້ມຄອງພະນັກງານ, ເວລາເຂົ້າ-ອອກວຽກ, ເອກະສານ ແລະ ສັນຍາ ຢູ່ໃນລະບົບດຽວ ໂດຍຮອງຮັບທັງສໍານັກງານ ແລະ ທີມໜ້າສະໜາມ.
ລະຫັດ ໜ້າວຽກ ຜົນຜະລິດ / ເອກະສານສົ່ງມອບ ເງື່ອນໄຂການກວດຮັບ ຜູ້ຮັບຜິດຊອບ ກໍານົດເວລາ ສະຖານະ
P1-01 ຕັ້ງໂຄງສ້າງອົງກອນ: ພະແນກ / ໜ່ວຍງານ / ຕໍາແໜ່ງ ຜັງໂຄງສ້າງອົງກອນໃນລະບົບ ພ້ອມສາຍການບັງຄັບບັນຊາ ກົງກັບໂຄງສ້າງທາງການຂອງ ລ.ວ.ຄ PKC + ລ.ວ.ຄ 03–16 ສິງຫາ
W1–W2
ກໍາລັງດໍາເນີນ
P1-02 ຖານຂໍ້ມູນພະນັກງານ (ປະຫວັດ, ສັນຍາ, ເອກະສານແນບ) ໂມດູນພະນັກງານພ້ອມໃຊ້ ພ້ອມແນບໄຟລ໌ ແລະ ຄົ້ນຫາ ເພີ່ມ-ແກ້-ຄົ້ນຫາພະນັກງານໄດ້ຄົບທຸກຊ່ອງຂໍ້ມູນທີ່ຕົກລົງ PKC 10–23 ສິງຫາ
W2–W3
ກໍາລັງດໍາເນີນ
P1-03 ນໍາເຂົ້າຂໍ້ມູນພະນັກງານເກົ່າ (Data Migration) ຂໍ້ມູນພະນັກງານຄົບຖ້ວນ + ບົດລາຍງານການກວດສອບຄວາມຖືກຕ້ອງ ຈໍານວນ ແລະ ຂໍ້ມູນຫຼັກກົງກັບບັນຊີເອກະສານຂອງ ລ.ວ.ຄ ລ.ວ.ຄ + PKC 17–30 ສິງຫາ
W3–W4
ຕາມແຜນ
P1-04 ເຂົ້າ-ອອກວຽກຢູ່ສໍານັກງານ (ZKTeco PUSH Protocol) ເຄື່ອງສະແກນເຊື່ອມຕໍ່ ແລະ ບັນທຶກເວລາອັດຕະໂນມັດ ບັນທຶກເຂົ້າ-ອອກປາກົດໃນລະບົບພາຍໃນ 1 ນາທີ PKC 10–23 ສິງຫາ
W2–W3
ກໍາລັງດໍາເນີນ
P1-05 ເຂົ້າ-ອອກວຽກໜ້າສະໜາມ (QR ແລະ GPS Check-in) ພະນັກງານລົງສະໜາມບັນທຶກເວລາຜ່ານມືຖືພ້ອມພິກັດ ບັນທຶກໄດ້ຖືກຕ້ອງໃນລັດສະໝີສະຖານທີ່ທີ່ກໍານົດ PKC 17–30 ສິງຫາ
W3–W4
ກໍາລັງດໍາເນີນ
P1-06 ຕາຕະລາງຜຼັດ, ວັນພັກລັດຖະການ ແລະ OT ໂມດູນຕາຕະລາງວຽກ ແລະ ນະໂຍບາຍເວລາ ຄໍານວນຊົ່ວໂມງ ແລະ OT ຖືກຕ້ອງຕາມລະບຽບ ລ.ວ.ຄ PKC 17–30 ສິງຫາ
W3–W4
ກໍາລັງດໍາເນີນ
P1-07 ລະບົບລາພັກ ແລະ ຂັ້ນຕອນອະນຸມັດຫຼາຍຂັ້ນ ຂໍລາ-ອະນຸມັດອອນໄລນ໌ ພ້ອມຍອດວັນລາຄົງເຫຼືອ ຄໍາຮ້ອງຜ່ານຄົບທຸກຂັ້ນອະນຸມັດທີ່ກໍານົດ PKC 17–30 ສິງຫາ
W3–W4
ກໍາລັງດໍາເນີນ
P1-08 ສົ່ງອອກຂໍ້ມູນໃຫ້ລະບົບເງິນເດືອນພາຍນອກ (Payroll Data Export) ຊຸດຂໍ້ມູນ ເຂົ້າ-ອອກວຽກ, ຊົ່ວໂມງ OT ແລະ ລາພັກ ສົ່ງອອກໃຫ້ໂປຣແກຣມເງິນເດືອນແຍກຕ່າງຫາກ — ບໍ່ມີການຄິດໄລ່ເງິນເດືອນໃນລະບົບນີ້ ຂໍ້ມູນທີ່ສົ່ງອອກກົງກັບບັນທຶກໃນລະບົບ ແລະ ນຳໃຊ້ໃນໂປຣແກຣມເງິນເດືອນຂອງ ລ.ວ.ຄ ໄດ້ PKC 24 ສິງຫາ – 06 ກັນຍາ
W4–W5
ກໍາລັງດໍາເນີນ
P1-09 ລະບົບເອກະສານອອນໄລນ໌ (E-Document) ຄັງເອກະສານ, ໝວດ, ສິດເຂົ້າເຖິງ ແລະ ການຄົ້ນຫາ ຄົ້ນຫາເອກະສານພົບພາຍໃນ 3 ວິນາທີ ແລະ ສິດຖືກຕ້ອງຕາມຕໍາແໜ່ງ PKC 17 ສິງຫາ – 06 ກັນຍາ
W3–W5
ກໍາລັງດໍາເນີນ
P1-10 ຄວບຄຸມສະບັບເອກະສານຕາມ ISO 9001:2015 ເລກທີເອກະສານ, ສະບັບປັບປຸງ, ຜູ້ອະນຸມັດ ແລະ ປະຫວັດການປ່ຽນແປງ ສອດຄ່ອງກັບຂໍ້ກໍານົດ "Documented Information" ຂອງ ISO 9001:2015 PKC + ລ.ວ.ຄ 24 ສິງຫາ – 06 ກັນຍາ
W4–W5
ສໍາເລັດ
P1-11 ລະບົບຄຸ້ມຄອງສັນຍາ (Contract Register) ທະບຽນສັນຍາລູກຄ້າ-ຜູ້ສະໜອງ ພ້ອມເອກະສານແນບ ແຈ້ງເຕືອນລ່ວງໜ້າກ່ອນສັນຍາໝົດອາຍຸຕາມທີ່ຕັ້ງໄວ້ PKC 24 ສິງຫາ – 06 ກັນຍາ
W4–W5
ກໍາລັງດໍາເນີນ
P1-12 ລະບົບແຈ້ງເຕືອນອັດຕະໂນມັດ (Email / Push / ໃນລະບົບ) ແມ່ແບບແຈ້ງເຕືອນ ແລະ ຊ່ອງທາງສົ່ງທີ່ຕັ້ງຄ່າໄດ້ ຜູ້ຮັບໄດ້ຮັບແຈ້ງເຕືອນຄົບທຸກຊ່ອງທາງທີ່ເປີດໃຊ້ PKC 24 ສິງຫາ – 06 ກັນຍາ
W4–W5
ກໍາລັງດໍາເນີນ
P1-13 ລາຍງານ HR ແລະ Dashboard ຜູ້ບໍລິຫານ ຊຸດລາຍງານ ຂາດ-ມາ-ຊ້າ, ລາພັກ, ຊົ່ວໂມງ OT ພ້ອມສົ່ງອອກ Excel / PDF ຕົວເລກໃນລາຍງານກົງກັບຂໍ້ມູນຕົ້ນທາງ PKC 31 ສິງຫາ – 06 ກັນຍາ
W5
ກໍາລັງດໍາເນີນ
P1-A1 ບັນທຶກລາຍຈ່າຍບໍລິຫານ ແລະ ຂັ້ນຕອນອະນຸມັດ (ວຽກເພີ່ມ 20/08) ໃບຂໍເບີກ 1 ໃບ = ຫຼາຍລາຍການ ພ້ອມໄຟລ໌ໃບບິນ, ສາຍອະນຸມັດຕາມວົງເງິນ, ບັນທຶກການຈ່າຍ ແລະ ສົ່ງອອກໃບສຳຄັນ Dr/Cr (CSV/JSON) ໃຫ້ລະບົບບັນຊີແຍກຕ່າງຫາກ ຝ່າຍການເງິນ ລ.ວ.ຄ ນຳໄຟລ໌ທີ່ສົ່ງອອກໄປລົງບັນຊີໃນລະບົບຂອງຕົນໄດ້ຄົບຖ້ວນ ແລະ ໃບທີ່ລົງແລ້ວບໍ່ຖືກສົ່ງອອກຊໍ້າ PKC 24 ສິງຫາ – 06 ກັນຍາ
W4–W5
ກໍາລັງດໍາເນີນ
P1-A2 ງົບປະມານ — ວາງແຜນ, ຂໍອະນຸມັດ, ຕິດຕາມ ແລະ ຂໍປັບ ແຜນງົບຕາມ ບໍລິສັດ/ພະແນກ/ໂຄງການ ພ້ອມລາຍການຕາມໝວດ ແລະ ການຢາຍລາຍເດືອນ, ສາຍອະນຸມັດຕາມວົງເງິນ, ໜ້າຕິດຕາມ ງົບ vs ໃຊ້ຈິງ ແລະ ໃບຂໍປັບງົບ ຍອດ “ໃຊ້ຈິງ” ໃນໜ້າຕິດຕາມກົງກັບໃບເບີກຈ່າຍທີ່ອະນຸມັດແລ້ວທຸກໃບ ແລະ ແຜນທີ່ອະນຸມັດແລ້ວປັບຕົວເລກໄດ້ສະເພາະຜ່ານໃບຂໍປັບງົບ PKC 24 ສິງຫາ – 06 ກັນຍາ
W4–W5
ກໍາລັງດໍາເນີນ
P1-A3 ປັບປຸງ UI/UX ເວີຊັນມືຖື, ຂະໜາດ ແລະ ຮູບແບບຕົວໜັງສື (ວຽກເພີ່ມ 20/08) ໜ້າພະນັກງານມືຖື ແລະ desktop ໃຊ້ໂຄງດຽວກັບໜ້າຜູ້ດູແລລະບົບ, ຟອນ Noto Serif Lao, ປະຕິທິນລວມເປັນອັນດຽວ, ບັດເຂົ້າ-ອອກວຽກເປັນ popup ແລະ ແຖບລຸ່ມສະແດງເວລາເຮັດວຽກ ຄະນະ ລ.ວ.ຄ ທົດລອງໃຊ້ໃນມືຖືແລ້ວເຫັນວ່າອ່ານງ່າຍຂຶ້ນ ແລະ ບໍ່ສັບສົນ ເມື່ອສະຫຼັບລະຫວ່າງໜ້າພະນັກງານ ແລະ ໜ້າຜູ້ດູແລລະບົບ PKC 17–30 ສິງຫາ
W3–W4
ກໍາລັງດໍາເນີນ
P1-A4 ໜ້າຕັ້ງຄ່າສິດເຫັນເມນູ — ຕາມບົດບາດ ແລະ ລາຍບຸກຄົນ /admin/menu-access (ບົດບາດ → ເມນູ), /admin/permissions (ຕຳແໜ່ງ → ສິດ) ແລະ /admin/staff-access (ເປີດເມນູໃຫ້ພະນັກງານສະເພາະຄົນ) ພ້ອມບັງຄັບໃຊ້ 4 ຈຸດ ລ.ວ.ຄ ສົ່ງ Access Control Matrix ແລ້ວ ແລະ ຄ່າໃນລະບົບຖືກຕັ້ງກົງກັບຕາຕະລາງນັ້ນ PKC + ລ.ວ.ຄ 24 ສິງຫາ – 06 ກັນຍາ
W4–W5
ກໍາລັງດໍາເນີນ
P1-14 ທົດສອບຮັບຮອງວຽກງານ 1 (UAT) ໃບຮັບຮອງຜົນການທົດສອບ ວຽກງານ ERP & HRM ບໍ່ມີຂໍ້ບົກຜ່ອງລະດັບຮ້າຍແຮງຄ້າງຄາ ລ.ວ.ຄ 31 ສິງຫາ – 06 ກັນຍາ
W5
ຕາມແຜນ
P2 ລະບົບຄຸ້ມຄອງຊັບສິນອັດສະລິຍະ Smart Asset Management · ວຽກງານທີ 2 10 ສິງຫາ – 13 ກັນຍາ (W2–W6) 81.8%
ເປົ້າໝາຍ: ຮູ້ວ່າເຄື່ອງມືສໍາຫຼວດ ແລະ ຊັບສິນທຸກອັນຢູ່ສະໜາມໃດ, ໃຜຮັບຜິດຊອບ, ສະພາບແນວໃດ ແລະ ຕ້ອງບໍາລຸງຮັກສາ ຫຼື ສອບທຽບເມື່ອໃດ.
ລະຫັດ ໜ້າວຽກ ຜົນຜະລິດ / ເອກະສານສົ່ງມອບ ເງື່ອນໄຂການກວດຮັບ ຜູ້ຮັບຜິດຊອບ ກໍານົດເວລາ ສະຖານະ
P2-01 ອອກແບບໝວດໝູ່ ແລະ ລະບົບລະຫັດຊັບສິນ ມາດຕະຖານລະຫັດຊັບສິນ ລ.ວ.ຄ (ເຄື່ອງມືສໍາຫຼວດ, ຫ້ອງທົດລອງ, ຍານພາຫະນະ, IT, ເຟີນິເຈີ) ພະແນກຄຸ້ມຄອງຊັບສິນຮັບຮອງໂຄງສ້າງລະຫັດ PKC + ລ.ວ.ຄ 10–16 ສິງຫາ
W2
ກໍາລັງດໍາເນີນ
P2-02 ຖານຂໍ້ມູນຊັບສິນ (ມູນຄ່າ, ວັນຊື້, ຄ່າເສື່ອມ, ການຮັບປະກັນ) ໂມດູນທະບຽນຊັບສິນພ້ອມເອກະສານແນບ ບັນທຶກ ແລະ ຄົ້ນຫາຊັບສິນໄດ້ຄົບທຸກຊ່ອງຂໍ້ມູນທີ່ຕົກລົງ PKC 10–30 ສິງຫາ
W2–W4
ສໍາເລັດ
P2-03 ສ້າງ ແລະ ພິມ QR Code / Barcode ຕິດຊັບສິນ ແມ່ແບບປ້າຍຊັບສິນ ພິມເປັນຊຸດໄດ້ (A4 sticker sheet) ສະແກນປ້າຍທີ່ພິມແລ້ວເປີດຂໍ້ມູນຊັບສິນຖືກຕ້ອງ PKC 17–30 ສິງຫາ
W3–W4
ສໍາເລັດ
P2-04 ໜ້າສະແກນ QR ສໍາລັບໜ້າສະໜາມ (Mobile) ສະແກນເບິ່ງ, ອັບເດດສະພາບ ແລະ ຖ່າຍຮູບຊັບສິນຈາກມືຖື ໃຊ້ງານໄດ້ຈິງເທິງມືຖືຂອງພະນັກງານສະໜາມ PKC 24 ສິງຫາ – 06 ກັນຍາ
W4–W5
ສໍາເລັດ
P2-05 ຈັດສັນຊັບສິນຕາມສະໜາມ / ໂຄງການ / ຜູ້ຮັບຜິດຊອບ ໜ້າຈັດສັນ ພ້ອມປະຫວັດການຖືຄອງຍ້ອນຫຼັງ ຮູ້ໄດ້ທັນທີວ່າຊັບສິນໃດຢູ່ໂຄງການໃດ ແລະ ໃຜຖື PKC 24 ສິງຫາ – 06 ກັນຍາ
W4–W5
ສໍາເລັດ
P2-06 ຢືມ-ຄືນ ແລະ ໂອນຍ້າຍຊັບສິນ (Check-in / Check-out) ຂັ້ນຕອນອະນຸມັດ ພ້ອມບັນທຶກການເຄື່ອນຍ້າຍ ແລະ ໃບຢືມ ຢືມ-ຄືນຄົບວົງຈອນ ພ້ອມແຈ້ງເຕືອນເມື່ອເກີນກໍານົດ PKC 24 ສິງຫາ – 06 ກັນຍາ
W4–W5
ສໍາເລັດ
P2-07 ແຜນບໍາລຸງຮັກສາ ແລະ ການສອບທຽບເຄື່ອງມື (Calibration) ປະຕິທິນບໍາລຸງຮັກສາ-ສອບທຽບ ພ້ອມແຈ້ງເຕືອນລ່ວງໜ້າ ແລະ ໃບຢັ້ງຢືນແນບ ຮອງຮັບການພິສູດຫຼັກຖານການສອບທຽບຕາມ ISO 9001:2015 PKC 31 ສິງຫາ – 13 ກັນຍາ
W5–W6
ສໍາເລັດ
P2-08 ນັບກວດຊັບສິນ (Stock-take) ດ້ວຍການສະແກນ ຮອບການນັບກວດ + ບົດລາຍງານຜົນຕ່າງ (ພົບ / ຂາດ / ຊໍາລຸດ) ນັບກວດຕົວຢ່າງ 1 ຮອບສໍາເລັດ ແລະ ຜົນຕ່າງອະທິບາຍໄດ້ PKC + ລ.ວ.ຄ 31 ສິງຫາ – 13 ກັນຍາ
W5–W6
ສໍາເລັດ
P2-09 ຊຸດລາຍງານຊັບສິນ ແລະ ການບໍາລຸງຮັກສາ ລາຍງານຕາມສະໜາມ, ໝວດ, ສະພາບ, ຄ່າເສື່ອມ ແລະ ຄ່າໃຊ້ຈ່າຍບໍາລຸງຮັກສາ ສົ່ງອອກ Excel / PDF ໄດ້ ແລະ ຕົວເລກກົງກັບຂໍ້ມູນຕົ້ນທາງ PKC 07–13 ກັນຍາ
W6
ສໍາເລັດ
P2-10 ນໍາເຂົ້າຂໍ້ມູນຊັບສິນເກົ່າ ທະບຽນຊັບສິນຄົບຖ້ວນໃນລະບົບ ພ້ອມປ້າຍ QR ຕິດຄົບ ຈໍານວນກົງກັບບັນຊີຊັບສິນຂອງ ລ.ວ.ຄ ລ.ວ.ຄ + PKC 24 ສິງຫາ – 13 ກັນຍາ
W4–W6
ກໍາລັງດໍາເນີນ
P2-11 ທົດສອບຮັບຮອງວຽກງານ 2 (UAT) ໃບຮັບຮອງຜົນການທົດສອບ ວຽກງານຊັບສິນ ບໍ່ມີຂໍ້ບົກຜ່ອງລະດັບຮ້າຍແຮງຄ້າງຄາ ລ.ວ.ຄ 07–13 ກັນຍາ
W6
ຕາມແຜນ
P3 ລະບົບບໍລິຫານ ແລະ ຕິດຕາມໂຄງການ Project Management & Tracking · ວຽກງານທີ 3 17 ສິງຫາ – 20 ກັນຍາ (W3–W7) 75%
ເປົ້າໝາຍ: ຜູ້ບໍລິຫານເຫັນຄວາມຄືບໜ້າ, ຊົ່ວໂມງເຮັດວຽກ ແລະ ງົບປະມານຂອງທຸກໂຄງການທີ່ປຶກສາ ໄດ້ແບບ Real-time.
ລະຫັດ ໜ້າວຽກ ຜົນຜະລິດ / ເອກະສານສົ່ງມອບ ເງື່ອນໄຂການກວດຮັບ ຜູ້ຮັບຜິດຊອບ ກໍານົດເວລາ ສະຖານະ
P3-01 ອອກແບບໂຄງສ້າງໂຄງການ ແລະ ແມ່ແບບແຜນງານ ແມ່ແບບ 4 ປະເພດ: ສໍາຫຼວດ, ອອກແບບ, ສຶກສາຄວາມເປັນໄປໄດ້, ຄວບຄຸມການກໍ່ສ້າງ ຝ່າຍບໍລິຫານໂຄງການຮັບຮອງແມ່ແບບ PKC + ລ.ວ.ຄ 17–30 ສິງຫາ
W3–W4
ກໍາລັງດໍາເນີນ
P3-02 ສ້າງແຜນງານ, Milestone ແລະ ຕາຕະລາງ Gantt ໜ້າວາງແຜນໂຄງການ ພ້ອມມຸມມອງ Gantt ສ້າງໂຄງການຕົວຢ່າງຄົບວົງຈອນໄດ້ PKC 24 ສິງຫາ – 06 ກັນຍາ
W4–W5
ສໍາເລັດ
P3-03 ມອບໝາຍໜ້າທີ່ ແລະ ຕິດຕາມວຽກ (Kanban / List) ກະດານວຽກ ພ້ອມການແຈ້ງເຕືອນຜູ້ຮັບຜິດຊອບ ຜູ້ຮັບຜິດຊອບໄດ້ຮັບແຈ້ງເຕືອນເມື່ອຖືກມອບໝາຍ PKC 24 ສິງຫາ – 13 ກັນຍາ
W4–W6
ກໍາລັງດໍາເນີນ
P3-04 ຕິດຕາມຄວາມຄືບໜ້າແບບ Real-time ຕົວຊີ້ວັດຄວາມຄືບໜ້າ ແລະ ລາຍງານປະຈໍາອາທິດອັດຕະໂນມັດ ເປີເຊັນຄວາມຄືບໜ້າອັບເດດທັນທີເມື່ອວຽກປ່ຽນສະຖານະ PKC 31 ສິງຫາ – 13 ກັນຍາ
W5–W6
ສໍາເລັດ
P3-05 ຕິດຕາມງົບປະມານໂຄງການ (Budget vs Actual) ໜ້າງົບປະມານ, ການເບີກຈ່າຍ ແລະ ຍອດຄົງເຫຼືອ ຍອດຄົງເຫຼືອຄໍານວນຖືກຕ້ອງຈາກລາຍການເບີກຈ່າຍ PKC 31 ສິງຫາ – 13 ກັນຍາ
W5–W6
ສໍາເລັດ
P3-06 ບັນທຶກຊົ່ວໂມງເຮັດວຽກຕາມໂຄງການ (Timesheet) ພະນັກງານບັນທຶກຊົ່ວໂມງແຍກຕາມໂຄງການ ແລະ ກິດຈະກໍາ ສະຫຼຸບຕົ້ນທຶນແຮງງານຕໍ່ໂຄງການໄດ້ PKC 31 ສິງຫາ – 13 ກັນຍາ
W5–W6
ກໍາລັງດໍາເນີນ
P3-07 ເອກະສານໂຄງການ ແລະ ບົດບັນທຶກກອງປະຊຸມ ຄັງເອກະສານໂຄງການເຊື່ອມກັບ E-Document ເປີດເອກະສານໂຄງການໄດ້ຈາກໜ້າໂຄງການໂດຍກົງ PKC 07–13 ກັນຍາ
W6
ສໍາເລັດ
P3-08 ລາຍງານສະຫຼຸບສໍາລັບຜູ້ບໍລິຫານ (Executive Dashboard) Dashboard ລວມທຸກໂຄງການ ພ້ອມລາຍງານສະຫຼຸບພ້ອມພິມ ຜູ້ອໍານວຍການເຫັນສະຖານະທຸກໂຄງການໃນໜ້າດຽວ PKC 07–20 ກັນຍາ
W6–W7
ສໍາເລັດ
P3-09 ເຊື່ອມຂໍ້ມູນ ຊັບສິນ ↔ ໂຄງການ ↔ ພະນັກງານ ຂໍ້ມູນເຊື່ອມກັນຂ້າມ 3 ວຽກງານ ຈາກໜ້າໂຄງການເຫັນທັງທີມງານ ແລະ ເຄື່ອງມືທີ່ຖືກຈັດສັນ PKC 07–20 ກັນຍາ
W6–W7
ສໍາເລັດ
P3-10 ທົດສອບຮັບຮອງວຽກງານ 3 (UAT) ໃບຮັບຮອງຜົນການທົດສອບ ວຽກງານໂຄງການ ບໍ່ມີຂໍ້ບົກຜ່ອງລະດັບຮ້າຍແຮງຄ້າງຄາ ລ.ວ.ຄ 14–20 ກັນຍາ
W7
ຕາມແຜນ
P4 ຍົກລະດັບບຸກຄະລາກອນ ແລະ ການນໍາໃຊ້ AI People Enablement & AI Adoption · ວຽກງານທີ 4 17 ສິງຫາ – 27 ກັນຍາ (W3–W8) 0%
ເປົ້າໝາຍ: ພະນັກງານ ລ.ວ.ຄ ໃຊ້ລະບົບໄດ້ຄ່ອງ ແລະ ນໍາໃຊ້ AI ຫຼຸດເວລາວຽກເອກະສານໄດ້ຈິງ. ໄລຍະນີ້ແບ່ງເປັນ 2 ສາຍ: (ກ) ຫຼັກສູດ AI ບໍ່ຂຶ້ນກັບການພັດທະນາລະບົບ ຈຶ່ງເລີ່ມໄດ້ຕັ້ງແຕ່ອາທິດທີ 3 ຄຽງຄູ່ກັບວຽກພັດທະນາ; (ຂ) ການຝຶກໃຊ້ລະບົບຕ້ອງລໍຖ້າໂມດູນສໍາເລັດ ຈຶ່ງເລີ່ມອາທິດທີ 6.
ລະຫັດ ໜ້າວຽກ ຜົນຜະລິດ / ເອກະສານສົ່ງມອບ ເງື່ອນໄຂການກວດຮັບ ຜູ້ຮັບຜິດຊອບ ກໍານົດເວລາ ສະຖານະ
P4-01 ປະເມີນຄວາມພ້ອມ ແລະ ຈັດກຸ່ມຜູ້ເຂົ້າຮ່ວມ ແຜນຝຶກອົບຮົມ ແລະ ລາຍຊື່ຜູ້ເຂົ້າຮ່ວມແຕ່ລະຮຸ່ນ ຄອບຄຸມທຸກພະແນກທີ່ໃຊ້ລະບົບ ລ.ວ.ຄ + PKC 17–23 ສິງຫາ
W3
ຕາມແຜນ
P4-02 ຫຼັກສູດ 1 — ພື້ນຖານ Generative AI ແລະ ຄວາມປອດໄພຂໍ້ມູນ ເອກະສານຫຼັກສູດ + ບັນທຶກການຝຶກອົບຮົມ + ນະໂຍບາຍການໃຊ້ AI ຜູ້ເຂົ້າຮ່ວມຜ່ານແບບທົດສອບຫຼັງຮຽນ PKC 17–30 ສິງຫາ
W3–W4
ຕາມແຜນ
P4-03 ຫຼັກສູດ 2 — ຮ່າງເອກະສານ ແລະ ແປພາສາດ້ວຍ AI ຊຸດ Prompt ມາດຕະຖານສໍາລັບ TOR, ຂໍ້ສະເໜີໂຄງການ ແລະ ບົດລາຍງານສໍາຫຼວດ ຜູ້ເຂົ້າຮ່ວມຮ່າງເອກະສານຈິງ 1 ສະບັບໄດ້ດ້ວຍຕົນເອງ PKC 24 ສິງຫາ – 06 ກັນຍາ
W4–W5
ຕາມແຜນ
P4-04 ຫຼັກສູດ 3 — ວິເຄາະຂໍ້ມູນ ແລະ ສ້າງລາຍງານດ້ວຍ AI ຕົວຢ່າງການວິເຄາະຈາກຂໍ້ມູນຈິງຂອງ ລ.ວ.ຄ ຜູ້ເຂົ້າຮ່ວມສ້າງລາຍງານສະຫຼຸບໄດ້ 1 ສະບັບ PKC 31 ສິງຫາ – 13 ກັນຍາ
W5–W6
ຕາມແຜນ
P4-05 ຝຶກອົບຮົມການໃຊ້ລະບົບ — ຜູ້ດູແລລະບົບ (Admin) ບັນທຶກການຝຶກອົບຮົມ + ໃບເຊັນຊື່ຜູ້ເຂົ້າຮ່ວມ Admin ຕັ້ງຄ່າ, ເພີ່ມຜູ້ໃຊ້ ແລະ ອອກລາຍງານໄດ້ເອງ PKC 07–20 ກັນຍາ
W6–W7
ຕາມແຜນ
P4-06 ຝຶກອົບຮົມການໃຊ້ລະບົບ — ພະນັກງານ (ຫຼາຍຮຸ່ນ) ບັນທຶກການຝຶກອົບຮົມທຸກຮຸ່ນ + ໃບເຊັນຊື່ ພະນັກງານທີ່ເຂົ້າຮ່ວມບໍ່ຕໍ່າກວ່າ 80% ຂອງເປົ້າໝາຍ PKC 14–27 ກັນຍາ
W7–W8
ຕາມແຜນ
P4-07 ຄູ່ມືການນໍາໃຊ້ (User Manual) ແລະ ວິດີໂອສອນ ຄູ່ມືພາສາລາວຮູບແບບ PDF ແຍກຕາມບົດບາດ + ວິດີໂອສັ້ນຕາມຫົວຂໍ້ ຄອບຄຸມທຸກໜ້າທີ່ຫຼັກຂອງ 4 ວຽກງານ PKC 07–27 ກັນຍາ
W6–W8
ຕາມແຜນ
P4-08 ວັດຜົນການຝຶກອົບຮົມ ແລະ ສະຫຼຸບ ບົດສະຫຼຸບການຝຶກອົບຮົມ → ປົດລັອກງວດທີ 2 ທັງສອງຝ່າຍລົງນາມຮັບຮອງຜົນການຝຶກອົບຮົມ ລ.ວ.ຄ + PKC 21–27 ກັນຍາ
W8
ຕາມແຜນ
P5 ທົດສອບລວມ, ນໍາໃຊ້ຈິງ ແລະ ມອບ-ຮັບ Integration Test, Go-Live & Hand-over 14–30 ກັນຍາ (W7–W9) 0%
ເປົ້າໝາຍ: ສົ່ງມອບລະບົບຄົບ 4 ວຽກງານ ພ້ອມຄູ່ມື ພາຍໃນວັນທີ 30 ກັນຍາ 2026 ແລະ ເຂົ້າສູ່ໄລຍະຮັບປະກັນ 1 ປີ.
ລະຫັດ ໜ້າວຽກ ຜົນຜະລິດ / ເອກະສານສົ່ງມອບ ເງື່ອນໄຂການກວດຮັບ ຜູ້ຮັບຜິດຊອບ ກໍານົດເວລາ ສະຖານະ
P5-01 ທົດສອບລວມທັງລະບົບ (System Integration Test) ບົດລາຍງານຜົນການທົດສອບລວມ 4 ວຽກງານ ຂັ້ນຕອນທຸລະກິດຂ້າມໂມດູນເຮັດວຽກຄົບວົງຈອນ PKC 14–27 ກັນຍາ
W7–W8
ຕາມແຜນ
P5-02 ທົດສອບປະສິດທິພາບ ແລະ ຄວາມປອດໄພ ບົດລາຍງານການທົດສອບໂຫຼດ ແລະ ການທົບທວນສິດເຂົ້າເຖິງ ໜ້າຫຼັກໂຫຼດພາຍໃນ 3 ວິນາທີ ແລະ ບໍ່ພົບຊ່ອງໂຫວ່ຮ້າຍແຮງ PKC 21–27 ກັນຍາ
W8
ຕາມແຜນ
P5-03 ການກວດກາ ແລະ ຮັບຮອງໂດຍ ລ.ວ.ຄ (ພາຍໃນ 7 ວັນ) ໃບຮັບຮອງການສົ່ງມອບ ຕາມມາດຕາ 5 ຂໍ້ 3 — ຫາກບໍ່ມີການຕິຊົມພາຍໃນ 7 ວັນ ຖືວ່າຮັບຮອງແລ້ວ ລ.ວ.ຄ 21–30 ກັນຍາ
W8–W9
ຕາມແຜນ
P5-04 ຍ້າຍຂໍ້ມູນຈິງ ແລະ ນໍາໃຊ້ຈິງ (Go-Live) ລະບົບໃຊ້ງານຈິງ ພ້ອມຂໍ້ມູນຄົບ ແລະ ຜູ້ໃຊ້ທຸກຄົນມີບັນຊີ ພະນັກງານເຂົ້າໃຊ້ລະບົບຈິງໄດ້ໃນວັນທີກໍານົດ PKC + ລ.ວ.ຄ 28–30 ກັນຍາ
W9
ຕາມແຜນ
P5-05 ຕິດຕາມໃກ້ຊິດຫຼັງນໍາໃຊ້ຈິງ (Hypercare) ບົດບັນທຶກການສະໜັບສະໜູນປະຈໍາວັນ ແລະ ບັນຫາທີ່ແກ້ໄຂແລ້ວ ບັນຫາລະດັບຮ້າຍແຮງແກ້ໄຂພາຍໃນ 1 ວັນລັດຖະການ PKC 28–30 ກັນຍາ
W9
ຕາມແຜນ
P5-06 ບົດບັນທຶກມອບ-ຮັບໂຄງການຢ່າງເປັນທາງການ (Sign-off) ບົດບັນທຶກມອບ-ຮັບ + ຄູ່ມືການນໍາໃຊ້ → ປົດລັອກງວດທີ 3 ທັງສອງຝ່າຍລົງນາມ; ຊໍາລະພາຍໃນ 7 ວັນຫຼັງລົງນາມ ລ.ວ.ຄ + PKC 28–30 ກັນຍາ
W9
ຕາມແຜນ
P5-07 ໄລຍະຮັບປະກັນ 1 ປີ (ແກ້ໄຂ Bug ບໍ່ຄິດຄ່າ) ຊ່ອງທາງແຈ້ງບັນຫາ ແລະ ຂໍ້ຕົກລົງລະດັບການບໍລິການ (SLA) ເລີ່ມນັບຈາກມື້ມອບ-ຮັບລະບົບສົມບູນ PKC 28–30 ກັນຍາ
W9
ຕາມແຜນ
P5-08 ຂໍ້ສະເໜີບໍາລຸງຮັກສາລາຍປີ (MA 18%) ຮ່າງສັນຍາ MA ສໍາລັບປີຕໍ່ໄປ ສະເໜີກ່ອນໝົດໄລຍະຮັບປະກັນບໍ່ຕໍ່າກວ່າ 30 ວັນ PKC 28–30 ກັນຍາ
W9
ຕາມແຜນ

ຈຸດກວດຮັບ ແລະ ການຊໍາລະເງິນ

ໜ້າວຽກທີ່ເປັນເງື່ອນໄຂປົດລັອກການຊໍາລະເງິນແຕ່ລະງວດ.

ງວດໜ້າວຽກຈຸດກວດຮັບ ກໍານົດອັດຕາ
ງວດ 1 P0-07 ຮັບຮອງແຜນການພັດທະນາລະບົບ
ຊໍາລະເມື່ອລົງນາມໃນສັນຍາ ແລະ ຮັບຮອງແຜນການພັດທະນາລະບົບ.
03–09 ສິງຫາ 30%
ງວດ 2 P4-08 ວັດຜົນການຝຶກອົບຮົມ ແລະ ສະຫຼຸບ
ຊໍາລະເມື່ອຜູ້ຮັບຈ້າງສໍາເລັດການພັດທະນາ, ຕິດຕັ້ງ ແລະ ທົດສອບລະບົບທັງໝົດ (HR, ຊັບສິນ, ເອກະສານ, ໂຄງການ) ລວມທັງສໍາເລັດການຝຶກອົບຮົມການນໍາໃຊ້ລະບົບ ແລະ AI ໃຫ້ພະນັກງານ.
21–27 ກັນຍາ 60%
ງວດ 3 P5-06 ບົດບັນທຶກມອບ-ຮັບໂຄງການຢ່າງເປັນທາງການ (Sign-off)
ຊໍາລະພາຍໃນ 7 ວັນ ພາຍຫຼັງທັງສອງຝ່າຍລົງນາມໃນ "ບົດບັນທຶກມອບ-ຮັບໂຄງການຢ່າງເປັນທາງການ" ແລະ ມອບຄູ່ມືການນໍາໃຊ້.
28–30 ກັນຍາ 10%
ລວມທັງໝົດ 100%
ຜູ້ວ່າຈ້າງຕ້ອງກວດກາ ແລະ ຮັບຮອງຜົນງານພາຍໃນ 7 ວັນ ຫຼັງຈາກໄດ້ຮັບແຈ້ງການສົ່ງມອບ. ຫາກບໍ່ມີການຕິຊົມພາຍໃນກໍານົດ ຖືວ່າຜູ້ວ່າຈ້າງຮັບຮອງວຽກງານນັ້ນແລ້ວ (ມາດຕາ 5 ຂໍ້ 3).