ລັດວິສາຫະກິດ ວິສະວະກໍາ ຄົມມະນາຄົມ (ລ.ວ.ຄ) Lao Transport Engineering Consultant · ໂຄງການຫັນປ່ຽນອົງກອນສູ່ລະບົບດິຈິຕອນ
ບົດລາຍງານປະຈຳວັນທັງອາທິດ
ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ
ສັນຕິພາບ ເອກະລາດ ປະຊາທິປະໄຕ ເອກະພາບ ວັດທະນາຖາວອນ
ກະຊວງ ໂຍທາທິການ ແລະ ຂົນສົ່ງ
ລັດວິສາຫະກິດ ວິສະວະກໍາ ຄົມມະນາຄົມ (ລ.ວ.ຄ)
ISO 9001:2015

ບົດລາຍງານການເຮັດວຽກຮ່ວມກັບພະແນກສຳຫຼວດ-ອອກແບບ ແລະ ທໍລະນີວິທະຍາ

On-site Working Session Report · ມື້ທີ 4 ຂອງອາທິດລົງປະຈຳການ · ລັດວິສາຫະກິດ ວິສະວະກໍາ ຄົມມະນາຄົມ (ລ.ວ.ຄ)
ວັນພະຫັດ 24/09/2026 · ຫ້ອງປະຊຸມ ລ.ວ.ຄ · ອີງຕາມ ແຜນລົງປະຈຳການເຕັມອາທິດ 21–25/09/2026 ມື້ທີ 4 · ບັນທຶກການລົງເກັບກຳຂໍ້ມູນ 2 ພະແນກ ວັນທີ 24/09/2026 (ພາກ 2) · ໄຟລ໌ 01.AUDIT .xls ແລະ ຮູບເອກະສານ 10 ຮູບ · ຫ້ອງຂໍ້ມູນ SUR-07, SUR-08, TEC-02 · ວັນທີອອກບົດລາຍງານ 13/11/2026 04:50
ພາກ ກ ແລະ ຂ ແມ່ນສິ່ງທີ່ທີມງານເຫັນຢູ່ສະຖານທີ່ຈິງ (ອ່ານຈາກຮູບຖ່າຍແບບຟອມ — ໃຫ້ທຽບກັບໄຟລ໌ຕົ້ນສະບັບເມື່ອໄດ້ຮັບ). ສະຖານະ ແລະ ຕົວເລກ ໃນພາກ ຄ, ງ ແລະ ຈ ນັບຈາກລະບົບຕອນເປີດໜ້ານີ້ — ຫຼັງນຳເຂົ້າເພີ່ມ ໃຫ້ພິມສະບັບໃໝ່ ແທນການແກ້ດ້ວຍມື.

ກ ສະຫຼຸບ

ຫຼັງຈາກພະແນກການເງິນ,ການຕະຫຼາດ ທີມງານ PKC ເຮັດວຽກຮ່ວມກັບພະແນກສຳຫຼວດ-ອອກແບບ ແລະ ທໍລະນີວິທະຍາ. ພະແນກອະທິບາຍການຈັດຕັ້ງ (ແຕ່ງຕັ້ງຫົວໜ້າທີມຕໍ່ໂຄງການ, ໝູນວຽນພະນັກງານທຸກ 3 ເດືອນ — ລົງສະໜາມຕາມໂຄງການ ແລ້ວກັບຄືນກອງເມື່ອສັນຍາສິ້ນສຸດ), ການເຮັດວຽກພາກສະໜາມ (ເວລາ-ສະຖານທີ່ເຂົ້າວຽກຕາມແຕ່ລະໂຄງການ, ອັບເດດວຽກທຸກອາທິດ, ບົດລາຍງານຜົນເມື່ອສັນຍາສິ້ນສຸດ), ການຄຸ້ມຄອງເຄື່ອງມື (ກວດຄືນທຸກຄັ້ງທີ່ກັບຈາກສະໜາມ, ບັນທຶກການຢືມ, ເຄື່ອງເພ ກອງທໍລະນີ ເຮັດບັນທຶກຂຶ້ນແຜນຊື້ຫຼືສ້ອມ, ລາຄາສູງຕ້ອງມີໃບທຽບລາຄາ 3 ບໍລິສັດ) ແລະ ຫ້ອງທົດລອງ 2 ປະເພດ (ຮັບຕົວຢ່າງພາຍນອກ / ທົດລອງເອງຈາກສະໜາມ). ພະແນກມອບໂຄງຮ່າງການຈັດຕັ້ງຮອບ II, ບັນຊີຊັບສົມບັດຄົງທີ່ຂອງພະແນກ (ກວດຕົວຈິງ 1/2026) — ເຊິ່ງແມ່ນບັນຊີຊັບສິນທີ່ລະບົບລໍຖ້າມາແຕ່ມື້ທີ 2 — ແຜນຈັດຊື້ load cell, ບົດລາຍງານຈໍຄວບຄຸມ GPS RTK ທີ່ເພ ແລະ ແບບຟອມ 2 ສະບັບ. ທີມງານແປງຟອນລາວເກົ່າ ແລ້ວນຳເຂົ້າຊັບສິນ 257 ລາຍການ ດ້ວຍລະຫັດ 213.S / 213.L ຂອງ ລ.ວ.ຄ.

ເອກະສານທີ່ກວດ
6 ສະບັບ
ຈຸດທີ່ພົບ ທຽບກັບລະບົບ
11 ຂໍ້
ຊຸດນຳເຂົ້າຂອງມື້ນີ້
6/7 ຢູ່ໃນລະບົບແລ້ວ
ຂໍ້ມູນທີ່ຍັງບໍ່ຄົບ
9 ລາຍການ
ຜູ້ເຂົ້າຮ່ວມ — ພະແນກສຳຫຼວດ-ອອກແບບ ແລະ ທໍລະນີວິທະຍາ ໜູກອນ ໄຊຍະຈັກ (ຮອງຫົວໜ້າພະແນກ) · ສຸກສະຫວັນ ສີພາຄຳ (ຫົວໜ້າກອງອອກແບບທາງ) · ອິນແປງ ລາດຊະພົງ (ຫົວໜ້າໜ່ວຍງານບໍລິຫານພະແນກ) · ກຸກກິກ ແກ້ວວົງສັກ (ບໍລິຫານ) · ວຽງສະຫວັນ ແສງສຸລິຍາ (ຮອງຫົວໜ້າໜ່ວຍງານບໍລິຫານ)
ຜູ້ເຂົ້າຮ່ວມ — ທີມງານ PKC ຍັງບໍ່ໄດ້ບັນທຶກ — ເບິ່ງລາຍການ GEN-01

ຂ ເອກະສານທີ່ກວດ ແລະ ກົດລະບຽບທີ່ອ່ານໄດ້

ໂຄງຮ່າງການຈັດຕັ້ງ

ໂຄງຮ່າງການຈັດຕັ້ງ — ໂຄງຮ່າງການຈັດຕັ້ງຂອງ ພະແນກສຳຫຼວດ-ອອກແບບ ແລະ ທໍລະນີວິທະຍາ ຮອບ II (ຮອດທ້າຍເດືອນ 6/2026)

1 ໜ້າ · ບ່ອນລົງນາມ ຜູ້ອຳນວຍການ / ພະແນກຈັດຕັ້ງ-ບໍລິຫານ / ພະແນກ — ຍັງບໍ່ລົງນາມ ແລະ ວັນທີຍັງວ່າງ · ຕອບລາຍການຫ້ອງຂໍ້ມູນ SUR-02
  • 8 ກຸ່ມ: ຄະນະພະແນກ 3 · ບໍລິຫານພະແນກ 5 · ຜູ້ຊ່ວຍຫົວໜ້າພະແນກ 3 · ກອງສຳຫຼວດ-ວັດແທກ 7 · ກອງອອກແບບຂົວ 4 · ກອງອອກແບບທາງ 5 · ກອງສຳຫຼວດທໍລະນີ 6 · ຫ້ອງທົດລອງ 5 = 38 ຊື່.
  • ທຽບກັບລະບົບ: ທັງ 38 ຊື່ ກົງກັບພະນັກງານທີ່ມີຢູ່ (49 ຄົນ ໃນພະແນກ 40 ແລະ ກອງ 24–28) ແລະ ຢູ່ຖືກກອງ; ຍິງ 4 ທ່ານ ກົງກັບເພດໃນລະບົບ.
  • ຕົວເລກລຸ່ມຮ່າງ "ມີທັງໝົດ 26 ທ່ານ (ຊາຍ 38, ຍິງ 4)" ບໍ່ກົງກັນເອງ — ລາຍຊື່ຈິງ 38 ຄົນ = ຊາຍ 34 ຍິງ 4.
  • ຕຳແໜ່ງຕ່າງຈາກລະບົບ 1 ທ່ານ: ຄຳເຜີຍ ສົມແພງພັນ — ຮ່າງຂຽນ "ຮອງຫົວໜ້າກອງ", ລະບົບຂຽນ "ຫົວໜ້າກອງ" (ແລະ ເປັນຜູ້ຈັດການກອງ 24). ກອງອອກແບບຂົວ ບໍ່ມີຫົວໜ້າ ຫຼື ຮອງ.
01.AUDIT

01.AUDIT — ບັນຊີຊັບສົມບັດຄົງທີ່ຂອງພະແນກສຳຫຼວດ-ອອກແບບ ແລະ ທໍລະນີວິທະຍາ (ທີ່ມີໃນບັນຊີຊັບສົມບັດ ລວຄ)

01.AUDIT .xls · ແຜ່ນ "LTEC 2025 ບັນຊີລວມ (5)" · ກວດຕົວຈິງເດືອນ 1/2026 · ບ່ອນລົງນາມ ຜອ. / ການເງິນ-ການຕະຫຼາດ / ພະແນກ / ຜູ້ຮັບຜິດຊອບບັນຊີ ແລະ ສາງ (ວ່າງ) · ຕອບລາຍການຫ້ອງຂໍ້ມູນ SUR-07
  • ຖັນ: ລ/ດ · ຊື່ ແລະ ເຄື່ອງໝາຍ · ລະຫັດໃໝ່ · ລະຫັດເກົ່າ · ປະເທດຜະລິດ/ລຸ້ນ · ເລກໝາຍ · ຈຳນວນ · ເບີຕູ້ · ເບີຊັ້ນ · ບ່ອນເກັບມ້ຽນ · ໝາຍເຫດ (ສະພາບ).
  • ສ່ວນເຄື່ອງມືສຳຫຼວດ 213.S.<ໝວດ>.<ລຳດັບ>/<ປີ> (ກ້ອງຊ່ອງ, ຂາກ້ອງ, ໄມ້ເມຍ, ອື່ນໆ, GPS RTK 2018 / 2019 / 2022, CORS 2022) ແລະ ສ່ວນຫ້ອງທົດລອງ 213.L-<ລຳດັບ>/<ປີ> (ລັດປະກອບໃຫ້ / ວິສາຫະກິດຊື້ເຂົ້າ). "213" ຄືລະຫັດບັນຊີເຄື່ອງຈັກ-ອຸປະກອນ ຂອງຜັງບັນຊີເກົ່າ (ປັດຈຸບັນ 2413).
  • 215 ລຳດັບ + ລາຍການຍ່ອຍທີ່ມີລະຫັດຂອງຕົນ = 257 ລາຍການໃນລະບົບ; ລາຍການຍ່ອຍທີ່ໃຊ້ລະຫັດດຽວກັບແຖວເທິງ (ຕາເຂີງ 10 ອັນ, ແຜ່ນກະໂຕນ …) ຢູ່ໃນໝາຍເຫດຂອງລາຍການແມ່. ຊຸດເຄື່ອງ (ຂາກ້ອງ 7 ອັນ, ຄົກ CBR 77 ໜ່ວຍ …) ເປັນ 1 ລາຍການ ພ້ອມຈຳນວນ.
  • ຫຼາຍຖັນພິມດ້ວຍຟອນລາວເກົ່າ (ບ່ອນເກັບ, ຈຳນວນ, ຊື່ບາງແຖວ) — ແປງເປັນ Unicode ດ້ວຍຕາຕະລາງ 49 ຕົວ ທີ່ສ້າງຈາກໄຟລ໌ນີ້ເອງ, ບໍ່ມີຕົວອັກສອນຄ້າງ.
  • ສະພາບຈາກໝາຍເຫດ: ເພໃຊ້ບໍ່ໄດ້ ແລະ ຈໍ GPS ທີ່ລາຍງານ = ເສຍ 5 · ໃຊ້ໄດ້ບາງໜ່ວຍ = ໃຊ້ໄດ້ 13 · ນອກນັ້ນ = ດີ.
ບົດລາຍງານຈໍຄວບຄຸມ

ບົດລາຍງານຈໍຄວບຄຸມ — ບົດລາຍງານສະພາບຂອງຈໍຄວບຄຸມ (Controller) ຂອງເຄື່ອງມືສຳຫຼວດ-ວັດແທກ GPS RTK ປີ 2018, 2019 ແລະ 2022

2 ສະບັບ: ກອງສຳຫຼວດ-ວັດແທກ → ຫົວໜ້າພະແນກ 18/08/2026 · ພະແນກ → ຜູ້ອຳນວຍການ 04/09/2026 (ມີຄຳເຫັນ ຜອ. ລາຍມື) · ແນບຮູບໜ້າຈໍ · ຕອບລາຍການຫ້ອງຂໍ້ມູນ SUR-07
  • 4 ເຄື່ອງໃຊ້ບໍ່ໄດ້: LT700 (ຊຸດ 2019) ຈໍສຳຜັດຄ້າງ · HCE320 (ຊຸດ 2018) ຈໍເຊື່ອມ ປິດເຄື່ອງບໍ່ໄດ້ · HCE320 (2022, ເຄື່ອງ 2) ຈໍເຊື່ອມ ຈໍເລື່ອນເອງ · HCE320 (2022, ເຄື່ອງ 3) ໜ່ວຍຄວາມຈຳເຕັມ.
  • ພະແນກຖາມບໍລິສັດ UNITEC (ຜູ້ຈັດຈຳໜ່າຍ): HCE320 ເຊົາຜະລິດແລ້ວ ສ້ອມແປງບໍ່ໄດ້ → ສະເໜີຊື້ຈໍຄວບຄຸມໃໝ່ 4 ເຄື່ອງ ເພາະວຽກສຳຫຼວດເພີ່ມຂຶ້ນ ແລະ ເຄື່ອງທີ່ມີບໍ່ພຽງພໍ.
  • ໃນລະບົບ: ສະພາບຂອງ 3 ລະຫັດທີ່ກ່ຽວຂ້ອງ ປັບຕາມບົດລາຍງານ ແລະ ເປີດວຽກສ້ອມແປງ 3 ລາຍການ (ກຳນົດ 31/10/2026) ໃນ /admin/assets/maintenance — ຂຶ້ນໃນການແຈ້ງເຕືອນປະຈຳວັນ.
690/ລວຄ

690/ລວຄ — ແຜນການຈັດຊື້ເຄື່ອງວັດແທກ load cell ແລະ ຊິງຊັ່ງທົດລອງ, Digital Vernier measure

ເລກທີ 690/ລວຄ ລົງວັນທີ 23/12/2025 · ລົງນາມ ຜອ. (ກາປະທັບ) · ພະແນກຈັດຕັ້ງ-ບໍລິຫານ · ພະແນກສຳຫຼວດ · ຕອບລາຍການຫ້ອງຂໍ້ມູນ SUR-07
  • ອີງໃສ່ ຄວາມຕ້ອງການ 6732/ລວຄ (12/12/2025) → ບົດບັນທຶກເປີດຊອງທາບທາມລາຄາ 6874/ລວຄ (22/12/2025) → ແຜນຈັດຊື້ — ຄືຂັ້ນຕອນ "ທຽບລາຄາ 3 ບໍລິສັດ" ທີ່ການເງິນເລົ່າ.
  • Load cell 1000 KN 770 · ຊິງຊັ່ງ 5000 g 2 × 85 · Vernier 0–200 mm 2 × 55 · ຂົນສົ່ງລາວ-ຈີນ 162 · ປະກັນໄພ 80 = 1,292.00 + VAT 10% 129.20 = 1,421.20 USD.
  • 3 ລາຍການເຂົ້າບັນຊີຊັບສົມບັດແລ້ວ (213.L-142/25, 143/25, 144/25 "ຮັບເດືອນ 12") — ລະບົບໃສ່ລາຄາ ແລະ ວັນທີຊື້ໃຫ້ 3/3 ລາຍການ; ຂົນສົ່ງ ແລະ ປະກັນໄພ ບໍ່ໄດ້ລວມເຂົ້າມູນຄ່າຊັບສິນ.
F-09R7-03

F-09R7-03 — ຟອມບັນທຶກການມອບຮັບຂໍ້ມູນສຳຫຼວດ

ໃບຊ້ອນທ້າຍ 3 · ຕົວຢ່າງທີ່ຕື່ມແລ້ວ ພະແນກ ສ.ອ.ທ · ມອບຈາກພາກສ່ວນສຳຫຼວດ ໃຫ້ຜູ້ຮັບຜິດຊອບໂຄງການ/ຜູ້ອອກແບບ · ຕອບລາຍການຫ້ອງຂໍ້ມູນ SUR-08
  • ຊ່ອງ: ໂຄງການ · ທີ່ຕັ້ງ · ລະຫັດໂຄງການ · ຊື່/ລະຫັດຂໍ້ມູນ · ຜູ້ສຳຫຼວດເກັບຂໍ້ມູນ · ຜູ້ມອບ · ຜູ້ຮັບ · ລາຍການຂໍ້ມູນ (ເຊັ່ນ BH04 Sieve, PI, Hydro, MC, Unit weight, SG, Uniaxial).
  • ລະຫັດໂຄງການ SD-351-2026 = ໂຄງການ "ສຳຫຼວດຊີເຈາະຂົວ 4 ແຫ່ງ ທາງ 13 ໃຕ້" ເຊິ່ງການເງິນໃຊ້ເລກ 351 ໃນບັນຊີ 1213.351 / 1342.351 — ເລກໂຄງການດຽວກັນທັງ 3 ພະແນກ.
  • ລົງທະບຽນ ISO ສະຖານະຮ່າງ ພ້ອມ F-08R6-01 (ຕາຕະລາງເຮັດວຽກ) ທີ່ເຫັນໃນເອກະສານໂຄງການສະໜາມບິນຊຽງຂວາງ.
SP-TN-06

SP-TN-06 — ໃບສະເໜີຢືມ (ຕື່ມແລ້ວ) — ຢືມເຄື່ອງມືຂອງພະແນກສຳຫຼວດ

ລົງວັນທີ 14/11/2024 · ຮຽນ ພະແນກສຳຫຼວດ-ອອກແບບ ແລະ ທໍລະນີວິທະຍາ · ຢັ້ງຢືນໂດຍພະແນກກ່ຽວຂ້ອງ · ຕອບລາຍການຫ້ອງຂໍ້ມູນ TEC-05
  • ພະນັກງານພະແນກເຕັກນິກ ຢືມເຄື່ອງມື 1 ອັນ ເພື່ອໃຊ້ວຽກໂຄງການ ກຳນົດ 39 ວັນ (16/11 → 24/12/2024) — ການຢືມຍາວເປັນເດືອນ ບໍ່ແມ່ນລາຍວັນ.
  • ຂັ້ນຕອນຢືມໃນລະບົບ (/admin/assets ຄຳຂໍຢືມ → ອະນຸມັດ → ຄືນ ພ້ອມວັນກຳນົດຄືນ ແລະ ແຈ້ງເຕືອນເກີນກຳນົດ) ຮອງຮັບໄດ້; ໃບພິມຢືມຈາກລະບົບໃຊ້ແທນຟອມນີ້ໄດ້ ເມື່ອຢືນຢັນຜູ້ອະນຸມັດ (TEC-05-a).

ຈຸດທີ່ພົບ ເມື່ອທຽບກັບການຕັ້ງຄ່າໃນລະບົບ

#ຈຸດທີ່ພົບລາຍລະອຽດຂໍ້ສະເໜີ / ການດຳເນີນການ
1 ບັນຊີຊັບສິນຈິງ ເຂົ້າລະບົບແລ້ວ — ບໍ່ແມ່ນຕົວຢ່າງອີກ
ແກ້ດ້ວຍການຕັ້ງຄ່າ
ກ່ອນມື້ນີ້ ໂມດູນຊັບສິນມີແຕ່ 8 ລາຍການຕົວຢ່າງ ແລະ ຮອບນັບກວດ 22/09–06/10 ນັບຂອງຈິງບໍ່ໄດ້ (TEC-02-a ຄ້າງ). ບັນຊີຂອງພະແນກສຳຫຼວດ ຄືເຄື່ອງມືສ່ວນໃຫຍ່ຂອງ ລ.ວ.ຄ.ນຳເຂົ້າ 257 ລາຍການ: ເຄື່ອງມືສຳຫຼວດ (SVY) 51 · GNSS/GPS 88 · ຫ້ອງທົດລອງ (LAB) 118 ພ້ອມລຸ້ນ, ເລກໝາຍ, ບ່ອນເກັບ-ຕູ້-ຊັ້ນ, ສະພາບ. ຮອບນັບກວດທີ່ເປີດຢູ່ນັບຂອງຈິງໄດ້ແລ້ວ (SUR-T7).
2 ໂຄງສ້າງລະຫັດຊັບສິນ: ໃຊ້ລະຫັດຂອງ ລ.ວ.ຄ (213.S / 213.L) ແທນ LTEC-SVY-0001
ຕ້ອງຖາມພະແນກ
ລະບົບອອກແບບລະຫັດ LTEC-<ໝວດ>-<ລຳດັບ> (P2-01 ຍັງບໍ່ໄດ້ຮັບຮອງ), ແຕ່ ລ.ວ.ຄ ໃຊ້ລະຫັດ 213.S/213.L ມາແຕ່ປີ 1985 ຄູ່ກັບລະຫັດເກົ່າ 213.1.x ແລະ ບັນຊີການເງິນ.ນຳເຂົ້າດ້ວຍລະຫັດຂອງ ລ.ວ.ຄ (ປ້າຍ QR ພິມລະຫັດນີ້) ເພື່ອໃຫ້ບັນຊີເຈ້ຍ, ບັນຊີການເງິນ ແລະ ລະບົບ ເປັນເລກດຽວ. ຂໍຮັບຮອງເປັນລາຍລັກອັກສອນ ແທນ P2-01 (SUR-07-a).
3 ລະຫັດທີ່ຂາດ, ພິມຜິດ ແລະ ໃຊ້ຮ່ວມກັນ
ຕ້ອງຖາມພະແນກ
5 ລາຍການບໍ່ມີລະຫັດ (ລ/ດ 110–114 ຊຸດ CORS/RTK 2022) · 2 ລາຍການພິມ 123.S ແທນ 213.S · 9 ລະຫັດໃຊ້ກັບຫຼາຍເຄື່ອງ (ເຊັ່ນ 213.L-135/14 = ປ້ຳໄຮໂດລິກ + ກ້ານເຈາະ 30 ກ້ານ + ບັ້ງເພັດ …).ລະບົບໃຫ້ລະຫັດຊົ່ວຄາວ SUR-NC-110…114, ແກ້ 123 → 213 ພ້ອມບັນທຶກລະຫັດເດີມ, ແລະ ເກັບລາຍການທີ່ໃຊ້ລະຫັດຮ່ວມໃນໝາຍເຫດ. ພະແນກໃຫ້ລະຫັດຈິງ (SUR-07-a).
4 ຊຸດເຄື່ອງທີ່ມີຫຼາຍໜ່ວຍ ຢູ່ລະຫັດດຽວ — ຕິດ QR ລາຍໜ່ວຍບໍ່ໄດ້
ຕ້ອງພັດທະນາເພີ່ມ
ຂາກ້ອງ 7 ອັນ, ແຜ່ນສະທ້ອນ 12 ອັນ, ຕີນກ້ອງ 12 ອັນ, ຄົກ CBR 77 ໜ່ວຍ … ໃຊ້ 1 ລະຫັດ ແລະ ບັນທຶກ "ເບີ 1–7 ໃຊ້ໄດ້, ເບີ 3 ເພ". ການຢືມໄປສະໜາມເປັນລາຍໜ່ວຍ.ຕົກລົງກັບພະແນກ: ເຄື່ອງທີ່ຢືມອອກສະໜາມ (ກ້ອງ, GPS, ຂາກ້ອງ, ຄັນປິດ) ແຍກເປັນລາຍໜ່ວຍ ລະຫັດ <ລະຫັດ>-<ເບີ>; ວັດສະດຸຫ້ອງທົດລອງຄົງເປັນຊຸດ. PKC ແຍກໃຫ້ອັດຕະໂນມັດເມື່ອໄດ້ບັນຊີ SUR-07-b.
5 ຈໍຄວບຄຸມ GPS RTK ເພ 4 ເຄື່ອງ — ບັນທຶກໃນລະບົບແລ້ວ
ແກ້ດ້ວຍການຕັ້ງຄ່າ
ບົດລາຍງານ 18/08 ແລະ 04/09/2026 ຢູ່ເປັນເຈ້ຍ; ບັນຊີ 1/2026 ຍັງຂຽນ "ເບີ 1–4" ປົກກະຕິ.ປັບສະພາບ 3 ລະຫັດ (213.S.5.95/19 ເສຍ · 213.S.5.77/18 ແລະ 213.S.5.128/22 ໃຊ້ໄດ້ບາງໜ່ວຍ) ແລະ ເປີດວຽກສ້ອມແປງ 3 ລາຍການ ພ້ອມເຫດຜົນ. ການຕັດສິນຊື້ 4 ເຄື່ອງ ລໍ ຜອ. (SUR-07-c).
6 ການຈັດຊື້: ຄວາມຕ້ອງການ → ທຽບລາຄາ 3 ບໍລິສັດ → ແຜນຈັດຊື້ ຍັງເປັນເຈ້ຍ
ຕ້ອງພັດທະນາເພີ່ມ
ແຜນ 690/ລວຄ ອ້າງ 2 ເອກະສານກ່ອນໜ້າ ແລະ ລົງນາມ 3 ຝ່າຍ. ໃນລະບົບມີໃບເບີກຈ່າຍ (ຫຼັງຊື້) ແລະ ແຜນງົບ ແຕ່ບໍ່ມີ "ຄຳຂໍຊື້ + ໃບສະເໜີລາຄາຜູ້ສະໜອງ 3 ໃບ".ໄລຍະທຳອິດ: ແນບ 3 ໃບລາຄາ ເຂົ້າໃບເບີກຈ່າຍ (ຮອງຮັບຫຼາຍໄຟລ໌ແລ້ວ). ສະເໜີພັດທະນາ "ຄຳຂໍຊື້" ຜູກກັບແຜນງົບ ແລະ ຊັບສິນທີ່ຈະເຂົ້າບັນຊີ ຫຼັງກວດຮັບ — ປະເມີນໃນກອງປະຊຸມວັນສຸກ.
7 ໂຄງຮ່າງການຈັດຕັ້ງ: ຕົວເລກບໍ່ກົງ ແລະ ຍັງບໍ່ລົງນາມ
ຕ້ອງຖາມພະແນກ
ລະບົບກົງກັບລາຍຊື່ 38 ຄົນແລ້ວ. ຕ່າງກັນ: ຕົວເລກລຸ່ມຮ່າງ (26 / ຊາຍ 38 ຍິງ 4), ຕຳແໜ່ງ ຄຳເຜີຍ (ຮອງ ຫຼື ຫົວໜ້າກອງ), ກອງອອກແບບຂົວບໍ່ມີຫົວໜ້າ.ບໍ່ປ່ຽນຕຳແໜ່ງຕາມຮ່າງທີ່ຍັງບໍ່ລົງນາມ. ແກ້ແຕ່ຕົວອັກສອນເສຍໃນຕຳແໜ່ງ 4 ທ່ານ ("ຜູ@ຊ່ວຍ" → ຜູ້ຊ່ວຍ). ຂໍສະບັບລົງນາມ (SUR-02-b).
8 ການໝູນພະນັກງານຕາມໂຄງການທຸກ 3 ເດືອນ
ຕ້ອງພັດທະນາເພີ່ມ
ພະນັກງານລົງສະໜາມຕາມໂຄງການ ແລ້ວກັບມາກອງເມື່ອສັນຍາສິ້ນສຸດ; ເວລາ-ສະຖານທີ່ເຂົ້າວຽກຂຶ້ນກັບແຕ່ລະໂຄງການ. ໃນລະບົບ ພະແນກ/ກອງ ແມ່ນສັງກັດຖາວອນ.ບໍ່ຍ້າຍສັງກັດໄປມາ — ໃຊ້ "ສະມາຊິກໂຄງການ" ສຳລັບການມອບໝາຍ 3 ເດືອນ ແລະ ເຂດ GPS ຕໍ່ສະຖານທີ່ໂຄງການ (SUR-01). ຕ້ອງການລາຍຊື່ທີມຕໍ່ໂຄງການຮອບປັດຈຸບັນ (SUR-02-a).
9 ກວດເຄື່ອງຫຼັງກັບຈາກສະໜາມ ແລະ ຕິດຕາມການຢືມ
ແກ້ດ້ວຍການຕັ້ງຄ່າ
ພະແນກກວດເຄື່ອງທຸກຄັ້ງທີ່ກັບມາ ແລະ ບັນທຶກການຢືມ (ຕົວຢ່າງ SP-TN-06 ຢືມ 39 ວັນ).ການຮັບຄືນໃນລະບົບບັງຄັບບັນທຶກສະພາບ ແລະ ເກັບປະຫວັດ; ການຢືມມີວັນກຳນົດຄືນ + ແຈ້ງເຕືອນເກີນກຳນົດ — ທົດສອບ SUR-T3 ດ້ວຍເຄື່ອງຈິງໄດ້ແລ້ວ.
10 ຫ້ອງທົດລອງ: ຮັບຕົວຢ່າງພາຍນອກ ແລະ ທົດລອງເອງ
ຕ້ອງພັດທະນາເພີ່ມ
ຫ້ອງທົດລອງມີ 2 ວຽກ: ຮັບຕົວຢ່າງຈາກລູກຄ້າພາຍນອກ (ລາຍຮັບ) ແລະ ທົດລອງຕົວຢ່າງຈາກສະໜາມຂອງໂຄງການເອງ. ລະບົບບໍ່ມີທະບຽນຮັບຕົວຢ່າງ-ຜົນທົດລອງ.ໄລຍະທຳອິດ: ວຽກຮັບຈາກພາຍນອກ = ໂຄງການປະເພດສຳຫຼວດ + ໃບສະເໜີລາຄາ PQ-MF-02. ທະບຽນຕົວຢ່າງ ລໍແບບຟອມຫ້ອງທົດລອງ (SUR-05-a).
11 ເລກໂຄງການ ໃຊ້ຮ່ວມກັນທັງ 3 ພະແນກ
ແກ້ດ້ວຍການຕັ້ງຄ່າ
F-09R7-03 ໃຊ້ລະຫັດ SD-351-2026; ການເງິນໃຊ້ 1213.351 / 1342.351; ຫ້ອງສະໝຸດ (22/09) ໃຊ້ SD-xxx-ປີ.ຢືນຢັນວ່າ ເລກໂຄງການຂອງການເງິນ (/admin/expenses/accounts?v=jobs) ຄືຂໍກະແຈດຽວ. ສະເໜີໃຫ້ລະຫັດໂຄງການສຳຫຼວດໃນລະບົບ = SD-<ເລກ>-<ປີ>.

ຄ ຂໍ້ມູນທີ່ຍັງບໍ່ຄົບ — ໃຫ້ທີມປະສານງານທວງ ແລ້ວນຳມານຳເຂົ້າເພີ່ມ

ປ້າຍ "ແມ່ແບບ Txx" = ແມ່ແບບ Excel ທີ່ລະບົບຕື່ມຂໍ້ມູນທີ່ມີແລ້ວໃຫ້ — ດາວໂຫລດທີ່ /admin/templates (ຜູ້ດູແລລະບົບ) ແລ້ວສົ່ງໃຫ້ Focal Point ຜ່ານຊ່ອງທາງພາຍໃນ.

ລະຫັດຂໍ້ມູນທີ່ຕ້ອງການຂໍຈາກຮູບແບບທີ່ຮັບເປັນຫຍັງຈຶ່ງຕ້ອງມີໄດ້ຮັບ
SUR-07-aຮັບຮອງໃຊ້ລະຫັດ 213.S / 213.L ເປັນລະຫັດຊັບສິນໃນລະບົບ + ລະຫັດຈິງຂອງ 5 ລາຍການທີ່ບໍ່ມີ (ລ/ດ 110–114), ຢືນຢັນ 123.S → 213.S ແລະ ລະຫັດແຍກຂອງ 9 ຊຸດທີ່ໃຊ້ລະຫັດຮ່ວມຫົວໜ້າພະແນກສຳຫຼວດ + ພະແນກເຕັກນິກ ໜັງສືຮັບຮອງ + ໝາຍໃນບັນຊີ Excel
ແມ່ແບບ T08
ລະຫັດຢູ່ປ້າຍ QR — ພິມແລ້ວແກ້ຍາກ; ແທນການຮັບຮອງ P2-01☐
SUR-07-bບັນຊີລາຍໜ່ວຍຂອງເຄື່ອງທີ່ຢືມອອກສະໜາມ (ຂາກ້ອງ, ຄັນປິດ, ແຜ່ນສະທ້ອນ, ຕີນກ້ອງ, ຫົວ GPS) ພ້ອມເບີ ແລະ ສະພາບແຕ່ລະໜ່ວຍ + ວັນຊື້-ມູນຄ່າ ຈາກບັນຊີຊັບສົມບັດຂອງການເງິນກອງສຳຫຼວດ-ວັດແທກ + ພະແນກການເງິນ,ການຕະຫຼາດ Excel: ລະຫັດ · ເບີ · ສະພາບ · ວັນຊື້ · ມູນຄ່າ
ແມ່ແບບ T08
ຢືມ-ຄືນ ແລະ ນັບກວດເປັນລາຍໜ່ວຍ; ມູນຄ່າ ແລະ ຄ່າຫຼຸ້ຍຫ້ຽນ ຍັງເປັນ 0 ເກືອບທັງໝົດ☐
SUR-07-cຄຳຕັດສິນ ຜອ. ຕໍ່ການຊື້ຈໍຄວບຄຸມ 4 ເຄື່ອງ (ຄຳເຫັນລາຍມືໃນບົດລາຍງານ 04/09) + ໃບສະເໜີລາຄາ 3 ບໍລິສັດພະແນກສຳຫຼວດ ສະແກນ ປິດວຽກສ້ອມແປງ 3 ລາຍການ ແລະ ເພີ່ມເຄື່ອງໃໝ່ເຂົ້າບັນຊີ ເມື່ອກວດຮັບ☐
SUR-08-aບັນຊີແບບຟອມ ISO ທີ່ພະແນກໃຊ້ (ຊຸດ F-08 / F-09 …) ພ້ອມ Rev, ອາຍຸເກັບ ແລະ ໄຟລ໌ຕົ້ນສະບັບ ລວມທັງ F-09R7-03 ແລະ F-08R6-01ຜູ້ຮັບຜິດຊອບ ISO ຂອງພະແນກ ບັນຊີ Excel + ໄຟລ໌ Word/Excel
ແມ່ແບບ T11
ທະບຽນ ISO ຕ້ອງຄົບທຸກລະຫັດທີ່ພະແນກໃຊ້ (P1-10)☐
SUR-02-aລາຍຊື່ທີມຕໍ່ໂຄງການຮອບປັດຈຸບັນ: ໂຄງການ · ຫົວໜ້າທີມ · ສະມາຊິກ · ວັນເລີ່ມ-ສິ້ນສຸດ · ສະຖານທີ່ໜ່ວຍງານບໍລິຫານພະແນກສຳຫຼວດ Excel
ແມ່ແບບ T10
ຜູກສິດບັນທຶກເຂົ້າວຽກ GPS ຕໍ່ສະຖານທີ່ ແລະ ມອບໝາຍວຽກ (SUR-T1, SUR-T4)☐
SUR-02-bໂຄງຮ່າງການຈັດຕັ້ງຮອບ II ສະບັບລົງນາມ ພ້ອມຕົວເລກລວມທີ່ຖືກ (38 = ຊາຍ 34 ຍິງ 4?), ຕຳແໜ່ງ ຄຳເຜີຍ ສົມແພງພັນ ແລະ ຫົວໜ້າກອງອອກແບບຂົວຫົວໜ້າພະແນກສຳຫຼວດ + ພະແນກຈັດຕັ້ງ-ບໍລິຫານ ສະແກນສະບັບລົງນາມ ຕຳແໜ່ງໃນລະບົບປາກົດໃນສາຍອະນຸມັດ ແລະ ເອກະສານ — ປ່ຽນໄດ້ເມື່ອມີສະບັບລົງນາມ☐
SUR-01-aພິກັດ GPS ຂອງສະຖານທີ່ໂຄງການທີ່ກຳລັງດຳເນີນ ແລະ ເວລາເຂົ້າ-ອອກວຽກຂອງແຕ່ລະໂຄງການຫົວໜ້າທີມໂຄງການ ຕາຕະລາງ ຫຼື ແຊຕຳແໜ່ງ Google Maps
ແມ່ແບບ T10
ບັນທຶກເຂົ້າວຽກຢູ່ສະຖານທີ່ຈິງ (SUR-T1) ບໍ່ມີເຂດ = ທົດສອບບໍ່ໄດ້☐
SUR-05-aແບບຟອມຂອງຫ້ອງທົດລອງ: ທະບຽນຮັບຕົວຢ່າງ, ໃບລາຍງານຜົນທົດລອງ ແລະ ລາຄາທົດລອງ (ສຳລັບລູກຄ້າພາຍນອກ)ຫ້ອງທົດລອງທໍລະນີ ໄຟລ໌ຕົວຢ່າງ 2–3 ສະບັບ
ແມ່ແບບ T12
ອອກແບບທະບຽນຕົວຢ່າງ ແລະ ໃຊ້ລາຄາໃນໃບສະເໜີລາຄາ☐
GEN-01ຊື່ ແລະ ຕຳແໜ່ງ ທີມງານ PKC ທີ່ເຂົ້າຮ່ວມ + ເວລາເລີ່ມ-ເລີກ ຊ່ວງບ່າຍທີມງານ PKC (ຜູ້ບັນທຶກ) ຕື່ມໃນໄຟລ໌ຂໍ້ມູນຂອງບົດລາຍງານ ບົດລາຍງານທາງການຕ້ອງລະບຸຜູ້ເຂົ້າຮ່ວມທັງ 2 ຝ່າຍ☐

ງ ສະຖານະໃນລະບົບ

ຊຸດນຳເຂົ້າຂອງມື້ນີ້

ລາຍການກວດໄດ້ທີ່ສະຖານະ
ບັນຊີຊັບສົມບັດຄົງທີ່ ພ.ສຳຫຼວດ 257 ລາຍການ (213.S / 213.L, ແປງຟອນແລ້ວ)/admin/assets ຢູ່ໃນລະບົບແລ້ວ
ຈໍຄວບຄຸມ GPS RTK ທີ່ເພ: ສະພາບ + ວຽກສ້ອມແປງ 3 ລາຍການ/admin/assets/maintenance ຢູ່ໃນລະບົບແລ້ວ
ລາຄາ ແລະ ວັນທີຊື້ 3 ລາຍການ ຈາກແຜນ 690/ລວຄ/admin/assets?q=213.L-14 ຢູ່ໃນລະບົບແລ້ວ
ແບບຟອມ F-09R7-03 ແລະ F-08R6-01 ໃນທະບຽນ ISO (ສະຖານະຮ່າງ)/admin/iso-documents ຢູ່ໃນລະບົບແລ້ວ
ໂຄງຮ່າງຮອບ II: 38 ຄົນ ກົງກັບລະບົບ + ແກ້ຕົວອັກສອນເສຍໃນຕຳແໜ່ງ/admin/org ຍັງບໍ່ໄດ້ນຳເຂົ້າ
ຫ້ອງຂໍ້ມູນ SUR-07, SUR-08, TEC-02 → "ສົ່ງບາງສ່ວນ" ພ້ອມເຫດຜົນ/roadmap/dept/view?d=survey ຢູ່ໃນລະບົບແລ້ວ
ພາກສຳຫຼວດ ໃນບັນທຶກປະຈຳການ 24/09/roadmap/onsite ຢູ່ໃນລະບົບແລ້ວ

ຫ້ອງຂໍ້ມູນພະແນກສຳຫຼວດ-ອອກແບບ ແລະ ທໍລະນີວິທະຍາ — ລາຍການຂໍ້ມູນ ແລະ ກໍລະນີທົດສອບ

ລະຫັດລາຍການໄຟລ໌ສະຖານະ
SUR-01ບັນຊີສະຖານທີ່ ແລະ ຈຸດບັນທຶກເຂົ້າວຽກ 0 ຍັງບໍ່ໄດ້ສົ່ງ
SUR-02ລາຍຊື່ທີມປະຈຳການແຕ່ລະສະຖານທີ່ 0 ຍັງບໍ່ໄດ້ສົ່ງ
SUR-03ຮັບຮອງແມ່ແບບແຜນງານ 4 ປະເພດ 0 ຍັງບໍ່ໄດ້ສົ່ງ
SUR-04ບັນຊີໂຄງການທີ່ກຳລັງດຳເນີນ 0 ສົ່ງບາງສ່ວນ
SUR-05ຮູບແບບບົດລາຍງານທີ່ຕ້ອງການ 0 ຍັງບໍ່ໄດ້ສົ່ງ
SUR-06ເອກະສານຕົວຢ່າງສຳລັບຝຶກ AI 0 ຍັງບໍ່ໄດ້ສົ່ງ
SUR-07ບັນຊີຊັບສົມບັດຄົງທີ່ ແລະ ລະຫັດຊັບສິນ 213.S / 213.L 0 ສົ່ງບາງສ່ວນ
SUR-08ແບບຟອມ ISO ຂອງພະແນກ (ຊຸດ F-08 / F-09) 0 ສົ່ງບາງສ່ວນ
SUR-T1ບັນທຶກເຂົ້າວຽກ GPS ຢູ່ສະຖານທີ່ຈິງ — ຍັງບໍ່ໄດ້ທົດສອບ
SUR-T2ສະແກນ QR ຊັບສິນຈາກສະຖານທີ່ຈິງ — ຍັງບໍ່ໄດ້ທົດສອບ
SUR-T3ຢືມ-ຄືນເຄື່ອງມືສຳຫຼວດ — ຍັງບໍ່ໄດ້ທົດສອບ
SUR-T4ແຜນງານໂຄງການ ແລະ Gantt — ຍັງບໍ່ໄດ້ທົດສອບ
SUR-T5ບັນທຶກຊົ່ວໂມງວຽກຕາມໂຄງການ — ຍັງບໍ່ໄດ້ທົດສອບ
SUR-T6ຄັງເອກະສານໂຄງການ — ຍັງບໍ່ໄດ້ທົດສອບ
SUR-T7ນັບກວດຊັບສິນຈິງ ຕາມບັນຊີ 213.S / 213.L — ຍັງບໍ່ໄດ້ທົດສອບ

ຈ ຮູບການເຮັດວຽກຮ່ວມ

ທີມງານ PKC ຮ່ວມກັບພະແນກສຳຫຼວດ-ອອກແບບ ແລະ ທໍລະນີວິທະຍາ ເບິ່ງໂຄງສ້າງການຈັດຕັ້ງໃນລະບົບ ຢູ່ຈໍໃຫຍ່ຫ້ອງປະຊຸມ ລ.ວ.ຄ
ພະແນກອະທິບາຍການຈັດທີມຕາມໂຄງການ ແລະ ການໝູນວຽນພະນັກງານທຸກ 3 ເດືອນ
ທຽບລາຍຊື່ ແລະ ສາຍງານໃນລະບົບ ກັບໂຄງຮ່າງການຈັດຕັ້ງຂອງພະແນກ
ຮູບປະກອບບົດລາຍງານ: ຈໍຄວບຄຸມ LT700 — ຢູ່ບ່ອນແສງແດດແຈ້ງ ເບິ່ງຕົວເລກໃນຈໍບໍ່ເຫັນ
ຮູບປະກອບບົດລາຍງານ: ຈໍຄວບຄຸມ HCE320 — ສຳຜັດໄດ້ສະເພາະພື້ນທີ່ໃນກອບສີຟ້າ
ໜ້າຈໍລະບົບຫຼັງນຳເຂົ້າ: ທະບຽນຊັບສິນດ້ວຍລະຫັດ 213.S ພ້ອມບ່ອນເກັບ-ຕູ້-ຊັ້ນ
ໜ້າຈໍລະບົບ: ວຽກສ້ອມແປງຈໍຄວບຄຸມ GPS RTK ທີ່ເປີດຈາກບົດລາຍງານ 04/09/2026

ສ ຂັ້ນຕອນຕໍ່ໄປ

  1. ທີມປະສານງານ ສົ່ງລາຍການພາກ ຄ (9 ລາຍການ) ໃຫ້ Focal Point ພະແນກສຳຫຼວດ — ກຳນົດຮັບ SUR-07-a ກ່ອນພິມປ້າຍ QR ຊຸດທຳອິດ.
  2. ນັບກວດຈິງ (SUR-T7) ໃນຮອບ 22/09–06/10 ທີ່ເປີດຢູ່ ເລີ່ມຈາກ ສາງຊັ້ນເທິງ ຕູ້ No.8–9 (ກ້ອງ ແລະ GPS) ຮ່ວມກັບພະແນກກວດກາ — ຜົນນັບ = ຫຼັກຖານກວດຮັບ P2-08 / P2-10.
  3. ພິມປ້າຍ QR ລະຫັດ 213.S ສຳລັບເຄື່ອງມືຫຼັກ (ກ້ອງຊ່ອງ 8, GPS RTK, CORS) ທັນທີທີ່ຮັບຮອງລະຫັດ; ຊຸດທີ່ຕ້ອງແຍກລາຍໜ່ວຍ ລໍ SUR-07-b.
  4. ລອງຢືມ-ຄືນ Total Station TS09 (213.S.1.49/15) ຜ່ານລະບົບ ພ້ອມກຳນົດຄືນ (SUR-T3) ແທນໃບ SP-TN-06.
  5. ພະແນກເຕັກນິກ ຍັງຕ້ອງສົ່ງບັນຊີຊັບສິນ IT (TEC-02-a); ພະແນກອື່ນທີ່ມີຊັບສົມບັດ ໃຊ້ແມ່ແບບ 01.AUDIT ດຽວກັນ.
  6. ພິມບົດລາຍງານນີ້ຄືນໃໝ່ຫຼັງໄດ້ຄຳຕອບ — ສະຖານະ ແລະ ຕົວເລກຈະປ່ຽນຕາມລະບົບເອງ.
ຜູ້ຕາງໜ້າພະແນກສຳຫຼວດ-ອອກແບບ ແລະ ທໍລະນີວິທະຍາ
ລັດວິສາຫະກິດ ວິສະວະກໍາ ຄົມມະນາຄົມ
ລາຍເຊັນ · ຊື່ແຈ້ງ · ວັນທີ
ຜູ້ບັນທຶກ — ທີມງານລົງປະຈຳການ
PKC Company Limited
ລາຍເຊັນ · ຊື່ແຈ້ງ · ວັນທີ