1
00:00:00,320 --> 00:00:09,330
ສະບາຍດີ ທຸກທ່ານ. ວິດີໂອນີ້ ຈຳລອງ ໜຶ່ງມື້ເຮັດວຽກ ຢູ່ ລັດວິສາຫະກິດ ວິສະວະກຳ ຄົມມະນາຄົມ — ກັບ ແອວເທັກ ພອດທັລ ໃນຄອມພິວເຕີ.

2
00:00:09,490 --> 00:00:20,140
ສີ່ບົດບາດ ໃນມື້ດຽວ: ມົງຄຳ ພະນັກງານສຳຫຼວດ, ຝ່າຍບຸກຄະລາກອນ, ຫົວໜ້າພະແນກ ແລະ ດາວວີ ເພື່ອນຮ່ວມງານ — ແຕ່ລະຄົນ ຢູ່ຄອມຂອງຕົນເອງ.

3
00:00:20,880 --> 00:00:26,640
ໜ້າຈໍ ແມ່ນລະບົບຈິງ ໃນສຳເນົາສຳລັບຝຶກ; ຊື່, ເຫດການ ແລະ ເວລາ ເປັນການຈຳລອງ.

4
00:00:27,380 --> 00:00:31,850
ສິບ ເຫດການ — ຕັ້ງແຕ່ ເຂົ້າວຽກ ຕອນເຊົ້າ ຈົນຮອດ ອອກວຽກ ຕອນແລງ.

5
00:00:35,380 --> 00:00:38,320
ເຊົ້າ, ມົງຄຳ ຮອດຫ້ອງການ ແລະ ເປີດຄອມ.

6
00:00:39,580 --> 00:00:46,670
ເປີດ ແອວເທັກ ພອດທັລ ໃນ browser, ໃສ່ເບີໂທ ແລະ ພິນ, ຕິກ ຈື່ອຸປະກອນນີ້ ແລ້ວກົດ ເຂົ້າສູ່ລະບົບ.

7
00:00:46,830 --> 00:00:53,400
ໜ້າຫຼັກໃນຄອມ ມີປຸ່ມລັດ ໄປທຸກວຽກ, ລາຍການ ຕ້ອງເຮັດມື້ນີ້ ແລະ ວຽກຂອງຂ້ອຍ — ກົດ ບັນທຶກເຂົ້າ-ອອກ.

8
00:00:54,140 --> 00:01:00,710
ອະນຸຍາດ ຕຳແໜ່ງ ເມື່ອ browser ຖາມ, ແລ້ວ ລາກປຸ່ມ ໄປທາງຂວາ — ລະບົບບັນທຶກເວລາເຂົ້າ ພ້ອມສະຖານທີ່.

9
00:01:01,450 --> 00:01:04,450
ຝ່າຍບຸກຄະລາກອນ ແຈ້ງການ ກອງປະຊຸມ ໃຫ້ທຸກຄົນ.

10
00:01:05,650 --> 00:01:15,230
ທີ່ ປະກາດ ກົດ ສ້າງໃໝ່: ຫົວຂໍ້ ແລະ ລາຍລະອຽດ, ເລືອກ ສົ່ງຫາ ທັງໝົດ ຫຼື ພະແນກ, ຕິກ ປັກໝຸດ ແລ້ວກົດ ສ້າງ ແລະ ສົ່ງ.

11
00:01:15,390 --> 00:01:21,590
ຢູ່ຄອມຂອງ ມົງຄຳ, ຕ້ອງເຮັດມື້ນີ້ ຂຶ້ນ ຂ່າວສານໃໝ່ ທັນທີ — ກົດເປີດ ແລະ ອ່ານ.

12
00:01:22,330 --> 00:01:25,630
ຫົວໜ້າພະແນກ ມອບວຽກໃໝ່ ໃຫ້ ມົງຄຳ.

13
00:01:26,530 --> 00:01:34,370
ທີ່ ວຽກງານ, ເພີ່ມລາຍການວຽກດ່ວນ: ຊື່ວຽກ, ພະນັກງານ, ໝວດ ແລະ ກຳນົດສົ່ງ — ແລ້ວກົດ ເພີ່ມວຽກ.

14
00:01:39,310 --> 00:01:45,370
ມົງຄຳ ເຫັນວຽກ ໃນ ວຽກຂອງຂ້ອຍ: ກົດ ເລີ່ມວຽກ, ຂຽນ ຄວາມຄືບໜ້າ ແລ້ວກົດ ບັນທຶກ.

15
00:01:46,110 --> 00:01:49,030
ເກັບລາຍງານສຳຫຼວດ ໄວ້ໃນລະບົບ ແລະ ແບ່ງປັນໃຫ້ເພື່ອນ.

16
00:01:50,310 --> 00:02:02,440
ທີ່ ເອກະສານ ແຖບ ຂອງຂ້ອຍ: ສ້າງໂຟນເດີໃໝ່, ແລ້ວສ້າງເອກະສານ — ປະເພດ, ຫົວຂໍ້, ເລືອກໂຟນເດີ ແລະ ແນບໄຟລ໌ — ກົດ ສ່ວນຕົວ ເພື່ອເກັບໄວ້.

17
00:02:02,600 --> 00:02:08,580
ແບ່ງປັນໂຟນເດີ: ກົດ ແບ່ງປັນ, ຄົ້ນຊື່ ດາວວີ, ເລືອກ ຮ່ວມແກ້ໄຂ ແລະ ກົດ ເພີ່ມ.

18
00:02:09,320 --> 00:02:13,750
ຕອນບ່າຍ, ມົງຄຳ ຂໍລາພັກ ສອງມື້ ໄປງານບຸນ ຢູ່ບ້ານເກີດ.

19
00:02:14,490 --> 00:02:23,640
ທີ່ ລາພັກ ກົດ ຂໍລາພັກໃໝ່: ປະເພດ, ວັນທີ ແລະ ເຫດຜົນ — ລະບົບນັບ ສອງ ວັນເຮັດວຽກ ໃຫ້ — ແລ້ວກົດ ສົ່ງຄຳຂໍ.

20
00:02:24,380 --> 00:02:27,130
ຝ່າຍບຸກຄະລາກອນ ພິຈາລະນາ ຄຳຂໍລາ.

21
00:02:28,580 --> 00:02:32,820
ທີ່ ລາພັກ ກົດປຸ່ມ ອະນຸມັດ ສີຟ້າ, ຂຽນຄຳເຫັນ ແລ້ວກົດ ອະນຸມັດ.

22
00:02:32,990 --> 00:02:38,350
ມົງຄຳ ເຫັນຜົນທັນທີ ໃນ ຕ້ອງເຮັດມື້ນີ້ ແລະ ທີ່ກະດິ່ງ ແຈ້ງເຕືອນ.

23
00:02:39,090 --> 00:02:42,350
ລາຍງານແລ້ວ: ມົງຄຳ ກົດ ສົ່ງວຽກໃຫ້ກວດ ພ້ອມສະຫຼຸບ.

24
00:02:43,290 --> 00:02:51,780
ຫົວໜ້າ ເຫັນວຽກ ທີ່ລໍຖ້າກວດ ໃນໜ້າຫຼັກຂອງຕົນ — ກົດ ອະນຸມັດ ຫຼື ສົ່ງຄືນໃຫ້ແກ້ໄຂ. ວຽກຂອງ ມົງຄຳ ເປັນ ສຳເລັດ.

25
00:02:52,520 --> 00:02:56,150
ກ່ອນເລີກວຽກ, ຈົດສິ່ງທີ່ຕ້ອງເຮັດ ມື້ອື່ນ ແລະ ສົ່ງໃຫ້ເພື່ອນ.

26
00:02:56,890 --> 00:03:03,590
ທີ່ ບັນທຶກ: ຫົວຂໍ້, ລາຍການກວດ, ຕັ້ງເວລາເຕືອນ ມື້ອື່ນເຊົ້າ — ແລ້ວ ສົ່ງ ໃຫ້ ດາວວີ.

27
00:03:03,750 --> 00:03:09,100
ຢູ່ຄອມຂອງ ດາວວີ: ບັນທຶກ ຂຶ້ນທີ່ ໄດ້ຮັບ, ແລະ ໂຟນເດີ ຢູ່ທີ່ ແບ່ງປັນກັບຂ້ອຍ.

28
00:03:09,840 --> 00:03:11,530
ໝົດມື້ເຮັດວຽກ.

29
00:03:14,040 --> 00:03:22,380
ກົດ ບັນທຶກເຂົ້າ-ອອກ, ລາກປຸ່ມ ໄປທາງຊ້າຍ ແລ້ວ ຢືນຢັນ. ເວລາເຂົ້າ, ເວລາອອກ ແລະ ຊົ່ວໂມງ ເບິ່ງໄດ້ທີ່ ປະຫວັດເຂົ້າ-ອອກ.

30
00:03:23,120 --> 00:03:30,740
ໜຶ່ງມື້ ສິບເຫດການ — ບໍ່ມີເຈ້ຍ, ບໍ່ຕ້ອງຍ່າງໄປຫາກັນ: ທຸກຄົນ ເຫັນຂໍ້ມູນດຽວກັນ ໃນລະບົບ.

31
00:03:31,480 --> 00:03:40,170
ກົດງ່າຍໆ: ບໍ່ບອກ ພິນ ໃຫ້ຜູ້ອື່ນ, ບໍ່ລົງເວລາແທນກັນ ແລະ ອອກຈາກລະບົບ ເມື່ອໃຊ້ຄອມຮ່ວມກັນ. ມີຄຳຖາມ ຖາມຝ່າຍບຸກຄະລາກອນ.
